ນາຍົກລັດຖະມົນຕີຫງວຽນຊວັນຟຸກສົ່ງຈົດໝາຍຍ້ອງຍໍຊົມເຊີຍພະນັກງານການແພດ

(VOVWORLD) -ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງກະຊວງສາທາລະນະສຸກ ແລະ ກຳລັງເສນາຮັກໄດ້ຮີບເຮັ່ງ, ຊີ້ນຳຢ່າງຂ້ຽວຂາດ, ສຸມທຸກແຫຼ່ງກຳລັງເພື່ອ ຕ້ານໂລກລະບາດ

ນາຍົກລັດຖະມົນຕີຫງວຽນຊວັນຟຸກສົ່ງຈົດໝາຍຍ້ອງຍໍຊົມເຊີຍພະນັກງານການແພດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: nhandan.com.vn)

ວັນທີ 04 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍຍ້ອງຍໍຊົມເຊີຍບັນດາພະນັກງານຂະແໜງສາທາລະນະສຸກ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງກະຊວງສາທາລະນະສຸກ ແລະ ກຳລັງເສນາຮັກໄດ້ຮີບເຮັ່ງ, ຊີ້ນຳຢ່າງຂ້ຽວຂາດ, ສຸມທຸກແຫຼ່ງກຳລັງເພື່ອ ຕ້ານໂລກລະບາດ, ພົ້ນເດັ່ນຂຶ້ນແມ່ນຖັນແຖວແພດໝໍຢູ່ດ່ານັ້ງ, ກວາງນາມ, ເທື່ອທຽນເຫ້ວ ແລະ ໂຮງໝໍຫຼາຍແຫ່ງ, ບັນດາສະຖາບັນຄົ້ນຄວ້າ… ໃນທົ່ວປະເທດ. ເຂົາເຈົ້າໄດ້ມີຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍ, ນຳໜ້າບຸກເຂົ້າເກີດໂລກລະບາດ; ເກັບເອົາຕົວຢ່າງ, ວິໄຈ ແລະ ຕິດຕາມເຝົ້າລະວັງດ້ານການແພດ, ປິ່ນປົວ, ກອບກູ້ເອົາຊີວິດຂອງຄົນເຈັບຢ່າງສຸດຈິດສຸດໃຈ.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໂລກລະບາດໂຄວິດ- 19 ຍັງມີການຜັນແປໄປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້, ຂະແໜງສາທາລະນະສຸກຄວນສຸມທຸກແຫຼ່ງກຳລັງເພື່ອຄວບຄຸມໂລກລະບາດບໍ່ປະໃຫ້ແຜ່ລະບາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ, ບັນດາແພດໝໍ, ພາລະກອນການແພດຢູ່ທົ່ວທຸກແຖບຖິ່ນໃນທົ່ວປະເທດ ສືບຕໍ່ສຸມກຳລັງ, ຈັນຍາບັນ ແລະ ບົດຮຽນ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນຍາດໄດ້ໄຊຊະນະຕໍ່ໂລກລະບາດ.

ນາຍົກລັດຖະມົນຕີຫງວຽນຊວັນຟຸກສົ່ງຈົດໝາຍຍ້ອງຍໍຊົມເຊີຍພະນັກງານການແພດ - ảnh 2 ກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(ພາບ: VGP)

        ຕອນບ່າຍວັນດຽວກັນ, ເມື່ອກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ໃຫ້ຮູ້ວ່າ, ຄວນສືບຕໍ່ປະຕິບັດບັນດາມາດຕະການ ເພື່ອດັບມອດໂລກລະບາດຢູ່ ດ່ານັ້ງ ໃຫ້ໄດ້ໄວທີ່ສຸດ. ກ່ຽວກັບຄວາມສ່ຽງຕິດແປດໃນຊຸມຊົນ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ແນະນຳໃຫ້ປະຊາຊົນດຳລົງຊີວິດ, ທຳການຜະລິດໃຫ້ເໝາະສົມກັບສະພາບການໃໝ່, ພ້ອມກັນນັ້ນກໍ່ປະຕິບັດບັນດາມາດຕະການເພື່ອປ້ອງກັນ, ຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ