ນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມ WEF Davos 2019

(VOVWORLD) -ວັນທີ 25 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບຄືນປະເທດ, ສິ້ນສຸດການເຂົ້າຮ່ວມ WEF Davos 2019 ຢ່າງຈົບງາມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມ WEF Davos 2019 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີສະວິດ

(ພາບ: TTXVN)

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳບັນດາກຸ່ມບໍລິສັດແຖວໜ້າດ້ານການເງິນ - ພື້ນຖານໂຄງລ່າງຄື Visa, Generali, Bank Julius… ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ລັດຖະບານຫວຽດນາມ ຍັງຄົງຢຶດໝັ້ນໃນການພັດທະນາແບບສ້າງສັນ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໃກ້ຊິດສະໜິດສະໜົມ ແລະ ເປີດອົກເປີດໃຈ, ຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນ; ສ້າງຄວາມສະດວກໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງແຮງກວ່າເຄື່ອນໄຫວບືນຕົວອອກສູ່ຕ່າງປະເທດ.

        ຢູ່ນອກກອງປະຊຸມ Davos, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບປະທານາທິບໍດີສະວິດ, ນາຍົກລັດຖະມົນຕີໂຮນລັງ, ນາຍົກລັດຖະມົນຕີສ.ເຊັກໂກ; ເຮັດວຽກກັບອະດີດຜູ້ອຳນວຍການຝ່າຍບໍລິຫານ WEF ແລະ ບັນດານັກລົງທຶນແຖວໜ້າຂອງສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ