ນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງໃຫ້ແຂວງຮືງອຽນດຶງດູດການລົງທຶນ

ນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງໃຫ້ແຂວງຮືງອຽນດຶງດູດການລົງທຶນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟ​ຸກ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຮືງ​ອຽນ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 11/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟ​ຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຮືງ​ອຽນ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຂວງ. ສະ​ຫຼຸ​ບ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ວຽກ​ງານ​ທຳ​ອິດ​ແມ່ນ​​ຕ້ອງປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ຜັງ​ໃຫ້​ດີ. ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ, ທາງ​ແຂ​ວງ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ. ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ແຂວງ​ຕ້ອງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຜະ​ລິດ, ອຸດ​ສາ​ຫະ​ກຳ​ສຳ​ຮ​ອງ​, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

        “ທາງ​ແຂວງ​ຕ້ອງ​ມ​ີ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ເພື່ອ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ, ສົ່ງ​ເສີມ​ການ​ເລີ່ມດຳ​ເນີນ​ອາ​ຊ​ີບ, ​ການປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ FDI ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີ​ຮັກ​ສາ, ປຸງ​ແຕ່ງຜະ​ລິດ​ຕະ​ພັນ​ກະ​ເສດ, ພ້ອມ​ທັງ​ສ້າງ​ທຸກ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜ​າດ​ກາງ ແລະ ນ້ອຍ, ບັນ​ດາ​ໝູ່ບ​້ານ​ອາ​ຊີບ, ແກ້​ໄຂວຽກ​ເຮັດ​ງານ​ທຳ. ຂ້າ​ພະ​ເຈົ້າ​ມອບ​ໃຫ້​ແຂວງ ຕ້ອງ​ສູ້​ຊົນ​​ໃຫ້ມີວິ​ສາ​ຫະ​ກິດກວ່າ 16.000 ​ແຫ່ງ​ໃນ​ປີ 2020, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ປະ​ຈຸ​ບັນ”.

ຂ່າວ/ບົດ​ອື່ນ