ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ ແຂວງທ໋າຍງວຽນ

(VOVWORLD) -"ທ໋າຍງວຽນ ມີທ່າໄດ້ປຽບດ້ານທີ່ຕັ້ງພູມສາດ, ໂດຍນອນໃນເຂດຍຸດທະສາດຂອງນະຄອນ, ມີພື້ນຖານໂຄງລ່າງສະດວກ. ແຂວງທ໋າຍງວຽນ ມີພື້ນຖານເສດຖະກິດທີ່ໄຫວພິບ ເພາະການສົມທົບ ແລະ ພັດທະນາທັງຮູບແບບການລົງທຶນ FDI  ແລະການລົງທຶນຢູ່ພາຍໃນປະເທດ...".
ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ ແຂວງທ໋າຍງວຽນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງທ໋າຍງວຽນ ປີ 2018 

ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ແຂວງທ໋າຍງວຽນ ຂອງຫວຽດນາມ, ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງທ໋າຍງວຽນ ປີ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ແຂວງທ໋າຍງວຽນ ບໍ່ເຄີຍຢືນຢູ່ຕໍ່ໜ້າກາລະໂອກາດຫັນປ່ຽນ ກ່ຽວກັບຮູບແບບການເຕີບໂຕອັນໃຫຍ່ຫຼວງຄືແນວນີ້ ຍ້ອນລະດັບການເຕີບໂຕດ້ານເສດຖະກິດສູງ, ການເກັບງົບປະມານເພີ່ມຂຶ້ນແຮງ, ຍອດລະດັບການລົງທຶນຈາກສັງຄົມຫຼາຍ, ພື້ນຖານໂຄງລ່າງໄດ້ກໍ່ສ້າງສຳເລັດຄົບຊຸດພໍສົມຄວນ ໄດ້ເຊື່ອມຕໍ່ກັບຫຼາຍເຂດ, ກຸ່ມ ແລະ ສູນອຸດສາຫະກຳໃຫຍ່ຢູ່ພາກເໜືອ. ແຂວງທ໋າຍງວຽນ ຍັງແມ່ນສູນບຳລຸງສ້າງໃຫຍ່ອັນດັບທີ 3 ໃນທົ່ວປະເທດ ຖັດຈາກຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ສິ່ງດັ່ງກ່າວ ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ລ້ຳຄ່າ ສຳລັບການຫັນປ່ຽນຮູບແບບການເຕີບໂຕໄປທາງທິດອຸດສາຫະກຳທັນສະໄໝ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ທ໋າຍງວຽນ ມີທ່າໄດ້ປຽບດ້ານທີ່ຕັ້ງພູມສາດ, ໂດຍນອນໃນເຂດຍຸດທະສາດຂອງນະຄອນ, ມີພື້ນຖານໂຄງລ່າງສະດວກ. ແຂວງທ໋າຍງວຽນ ມີພື້ນຖານເສດຖະກິດທີ່ໄຫວພິບ ເພາະການສົມທົບ ແລະ ພັດທະນາທັງຮູບແບບການລົງທຶນ FDI  ແລະການລົງທຶນຢູ່ພາຍໃນປະເທດ. ແຂວງມີຈຸດພິເສດກວ່າແຂວງອື່ນ, ນັ້ນແມ່ນ ແຂວງທ໋າຍງວຽນມີຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບແຫຼ່ງຊັບພະຍາກອນແຮ່ທາດ, ດ້ວຍຫຼາຍຊະນິດ ແລະ ປະລິມານຫຼາຍຄື ຖ່ານ, ຕີຕານ, ຊືນ, ກົ່ວ, ຄຳ, ທອງ ແລະ Vonfram. ນີ້ແມ່ນພື້ນຖານເພື່ອກໍ່ສ້າງຂະແໜງອຸດສາຫະກຳຂຸດຄົ້ນບໍ່ແຮ່, ປຸງແຕ່ງເພື່ອຮັບໃຊ້ຍຸດທະສາດຫັນປະເທດເປັນປະເທດອຸດສາຫະກຳ ແລະ ສົ່ງອອກ ແລະ ບັນດານັກລົງທຶນຄວນມຸ່ງໄປເຖິງຂະແໜງອຸດສາຫະກຳປຸງແຕ່ງແຮ່ທາດຢູ່ທີ່ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ