ນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 35

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ດ້ວຍຫົວຂໍ້ວ່າ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”

ນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 35 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ

ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງບາງກອກ

(ພາບ: VGP)

ຕອນຄ່ຳວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງບາງກອກ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວນອນໃນຂອບເຂດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 02 – 04 ພະຈິກ, ໂດຍມີການເຂົ້າຮ່ວມຂອງການນຳ 10 ປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືຂອງອາຊຽນ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ.

        ວັນທີ 02 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ດ້ວຍຫົວຂໍ້ວ່າ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ພ້ອມກັບບັນດາການນຳອາຊຽນ ໄດ້ສຸມໃສ່ປຶກສາຫາລືການກຳນົດທິດ ແລະ ມາດຕະການມຸ່ງໄປເຖິງການສ້າງປະຊາຄົມອາຊຽນ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງກວ່າເພື່ອປະຊາຊົນ.

        ໃນຊຸມມື້ຕໍ່ໄປ, ທ່ານນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ກອງປະຊຸມຂັ້ນສູງຄັ້ງຕ່າງໆກັບຄູ່ຮ່ວມມືຄື: ອາຊຽນ - ຈີນ, ອາຊຽນ - ອິນເດຍ, ອາຊຽນ - ສະຫະປະຊາຊາດ, ອາຊຽນ + 3, ອາຊຽນ - ອາເມລິກາ… ພິເສດ, ໃນວັນທີ 04 ພະຈິກ, ພາຍຫຼັງພິທີອັດກອງປະຊຸມ ຈະດຳເນີນພິທີມອບໜ້າທີ່ປະທານອາຊຽນ ຈາກໄທ ໃຫ້ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ