ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມລາຍການສະແດງສິລະປະ “ຈວງບົ່ນ - ບົດເພງໄຊອະມະຕະ”

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມລາຍການສະແດງສິລະປະ “ຈວງບົ່ນ - ບົດເພງໄຊອະມະຕະ” - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ​ມອບ​ຂອງ​ຂວັນ​ໃຫ້​
ຍາດ​ຕິ​ພີ​ນ້ອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ...)

(vovworld) - ​​ ລາຍ​ການ​ສະ​ແດງ​ສິ​ລະ​ປ​ະທີ່​ມີ​ຊື່​ວ່າ “ຈວງ​ບົ່ນ - ບົດ​ເພງ​ໄຊ​ອະ​ມະ​ຕະ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັ​ນ​ທີ 14/08, ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫ​ວັດ​ສາດ​ແຫ່ງ​ຊາດ ຈວງ​ບົ່ນ, ເມືອງ ໂດ​ເລືອງ, ແຂວງ ເງະ​ອານ. “ຈວງ​ບົ່ນ - ບົດ​ເພງ​ໄຊ​ອະ​ມະ​ຕະ” ແມ່ນ​ລາຍ​ການ​​ສິ​ລະ​ປະ​ພິ​ເສດ, ແມ່ນ​ການ​ຕອບ​ບຸນ​ແທນ​ຄຸນຂອງ​ລຸ່ນ​ປະ​ຈຸ​ບັນ​ ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດຢູ່​ດິນ​ແດນ ຈວງ​ບົ່ນ, ເຊິ່ງ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່ເທບ​ນິ​ຍາຍອະ​ມະ​ຕະ​ຂອງ​ບັນ​ດາ​ຜູ້​ເປີດ​ຊ່ອງ​ທາງ, ເປັນ​ສັນ​ຍາ​ລັກ​ແຫ່ງນ້ຳ​ໃຈ​​ອັ​ນພິ​ລະ​ອາດ​ຫານ ແລະ ຈິດ​ໃຈ​ປະ​ຕິ​ວັດຈົ່ງ​ຮັກ​ພັກ​ດີ​ຂອງ​ກຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມ​ບ່ອນ. ໂ​ດຍ​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 69 ປີ​ແຫ່ງວັນ ທະ​ຫານ​ເສຍ​ອົງ​ຄ​ະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ; 66 ປີ​ແຫ່ງວັນມູນ​ເຊື້ອ​ຊາ​ວ​ໜຸ່ມ​ຕະ​ລຸມບອນ ແລະ 48 ປີ​ແຫ່ງວັນ​ໄຊ​ຊະ​ນະ ຈວງ​ບົນ, ລາຍ​ກາຍ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄຸນ​ທຳ​ທີ່​ວ່າ “ກິ​ນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ຮຽກ​ຮ້ອງການ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອອ​ະ​ດີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ນັບ​ຮ້ອຍ​ຄົນ ແລະ ຍາດ​ຕ​ິ​ພີ​ນ້ອງຄອບ​ຄົວ​ມີ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດມ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

        ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ​ຂອງ​ຂວັນ​ໃຫ້​ຍາດ​ຕິ​ພີ​ນ້ອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ຊາວ​ໜຸ່ມ​ຕະ​ລຸມບອນທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ ແລະ ຄົວ​ພະ​ຍານ​ປະ​ຫວັດ​ສາດ​ຢູ່​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ ຈວງ​ບົ່ນ.

ຂ່າວ/ບົດ​ອື່ນ