ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສປຊຄັ້ງທີ 73

(VOVWORLD) -ຕອນບ່າຍວັນທີ 27 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ຢູ່ນິວຢອກ, ປະເທດອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 73.

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສປຊຄັ້ງທີ 73 - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສປຊຄັ້ງທີ 73

(ພາບ: VGP)

ໃນບົດກ່າວປາໄສຂອງຕົນ, ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈຢ່າງຈິງໃຈຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລດວງວິນຍານທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

        ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ແຈ້ງໃຫ້ບັນດາປະມຸກລັດ, ບັນດາການນຳຂັ້ນສູງຂອງບັນດາປະເທດສະມາຊິກສະຫະປະຊາຊາດຮັບຊາບກ່ຽວກັບສະພາບການພັດທະນາຂອງຫວຽດນາມ, ກໍຄືບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້.

        ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະເໜີຕົ້ນສະເໝີປາຍໃນການຖືກົດບັດຂອງສະຫະປະຊາຊາດ, ບັນດາຫຼັກການພື້ນຖານຂອງກົດໝາຍສາກົນເປັນສຳຄັນ ໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ໃນນັ້ນມີເຂດທະເລຕາເວັນອອກ ບົນພື້ນຖານສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີການເດີນເຮືອ, ການບິນ.

        ທ່ານນາຍົກລັດຖະມົນຕີກໍ່ເຕື້ອງເຖິງກາລະໂອກາດໃໝ່ເພື່ອພັດທະນາເສດຖະກິດຂອງບັນດາປະເທດໃນໂລກ, ໃນສະພາບຄວາມກ້າວໜ້າບຸກທະລຸກ່ຽວກັບວິທະຍາສາດ, ເຕັກໂນໂລຊີໃນການປະຕິວັດອຸດສາຫະກຳ 4.0; ແນວຄິດນຳໃຊ້ກຳລັງແຮງ, ນຳໃຊ້ ຫຼື ນາບຂູ່ດ້ວຍກຳລັງອາວຸດ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຢືນຢັນວ່າ.

        “ບໍ່ມີປະເທດໃດ, ເຖິງວ່ານັ້ນແມ່ນປະເທດມະຫາອຳນາດຮັ່ງມີ, ເຂັ້ນແຂງ, ມີກຳລັງແຮງຢ່າງພຽງພໍເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງຂອງທົ່ວໂລກໃນປະຈຸບັນ. ແຕ່ສິ່ງນັ້ນຮຽກຮ້ອງຕ້ອງມີຄວາມມານະພະຍາຍາມ, ຮ່ວມແຮງຮ່ວມໃຈຂອງທຸກປະເທດໃນໂລກ. ຂ້າພະເຈົ້າສະເໜີບັນຫາ “ໜ້າທີ່ຮັບຜິດຊອບແບບຄູ່”, ແຕ່ລະປະເທດຄວນມີຄວາມຮັບຜິດຊອບຕື່ມອີກສຳລັບບັນດາບັນຫາທົ່ວໂລກ, ແຕ່ລະສ່ວນບຸກຄົນມີບົດບາດຂອງພົນລະເມືອງທົ່ວໂລກຕື່ມອີກ. ໃນສະພາບການນັ້ນ, ຂ້າພະເຈົ້າແບ່ງປັນຕໍ່ການຕີລາຄາຂອງທ່ານເລຂາທິການໃຫຍ່ນັ້ນແມ່ນ, ບົດບາດຂອງສະຫະປະຊາຊາດແມ່ນມີຄວາມໝາຍສຳຄັນຍິ່ງກວ່າເວລາໃດໝົດ ໃນການສ້າງບັນດາພື້ນຖານພັດທະນາໃໝ່ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກຢ່າງມີປະສິດທິຜົນ. ບັນດາປະເທດຄວນສືບຕໍ່ຍົກສູງບົດບາດຂອງສະຫະປະຊາຊາດ ແລະ ພ້ອມກັນສາມັກຄີ, ສູ້ຊົນ “ເພື່ອໂລກສັນຕິພາບ, ມີຄວາມຍຸຕິທຳ ແລະ ພັດທະນາແບບຍືນຍົງ”.

        ເມື່ອເນັ້ນໜັກເຖິງເລື່ອງຫວຽດນາມ ອອກສະໝັກເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈ 53 ປະເທດອາຊີ - ປາຊີຟິກ ທີ່ໄດ້ເຫັນດີສະເໜີຫວຽດນາມ ແມ່ນສະມາຊິກໜຶ່ງດຽວຂອງກຸ່ມ ແລະ ຂອບໃຈຕໍ່ການສະໜັບສະໜູນຢ່າງກວ້າງຂວາງຂອງບັນດາປະເທດອື່ນທີ່ສະຫງວນໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ