ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສຫວຽດນາມ-ສະຫະພັນລັດເຊຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສຫວຽດນາມ-ສະຫະພັນລັດເຊຍ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟ​ຸກ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ)

(vovworld) - ​ ​ ​ຕອ​ນ​ຄ່ຳ​ວັນ​ທີ 18/05 (ຕາມ​ເວ​ລາ​ຫວຽດ​ນາມ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ 2 ປະ​ເທດ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ, ບັນ​ດາ​ນັກ​ລົງ​ທຶນ​ຂອງ 2 ປະ​ເທດ. ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟ​ຸກ ເນັ້ນ​ໜັກ​ວ່າ, ໃນ​ຊຸມ​ປີິ​ຜ່ານ​ມາ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ລົງ​ທຶນ​ລະ​ຫວ່າງຫວຽດ​ນາມ ແລະ ສະ​ຫະ​ພັນ​ລັ​ດ​ເຊຍ ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ລັດ​ເຊຍ ພວມ​ຢືນ​ອັບ​ດັບ​ທີ 17 ໃນ​ຈຳ​ນວນ 112 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ດ້ວຍ 114 ໂຄງ​ການ​ລົງ​ທຶນ​ທີ່​ຍັງ​ມີ​ຜົນ​ສັກ​ສິດ​ຢູ່, ຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​​ບັນ​ລຸ 2,08 ຕື້ USD ໃນ​ບັນ​ດາ​ຂົງ​ເຂດ​ຄື: ພະ​ລັງ​ງານ, ຂຸດ​ຄົ້ນ​ແຫ່​ທາດ, ຜະ​ລິດ​ກົນ​ຈັກ… ຫວຽດ​ນ​າມ ມີ 20 ໂຄງ​ການ​ລົງ​ທຶນ​ຢູ່​ລັດ​ເຊຍ ດ້ວຍ​ຍອດ​​ຈຳ​ນວນ​ທຶນໃໝ່ ແລະ ເພີ່​ມ​ທຶນ​ແມ່ນ 2,93 ຕື້ USD ໃນ​ບັນ​ດາ​ຂົງ​ເຂດ​ຄື: ສຳ​ຫຼວດ ແລະ ຂຸດ​ຄົ້​ນ​ນ​້ຳ​ມັນ​ອາຍ​ແກັ​ສ, ການ​ບໍ​ລິ​ການ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ທີ່​ເວ​ທີ​ປາ​ໄສ​ນີ້​ວ່າ, ວິ​ສາ​ຫະ​ກິດ 2 ປະ​ເທດ​​ພ​້ອມ​ກັນແລກ​ປ່ຽນ, ເຈ​ລະ​ຈາ, ໄ​ຈ້​ແຍກ​ສາຍ​ເຫດ​ທີ່​ຍັງ​ຄົງ​ຂ້າງ, ອ່ອນ​ດ້ອຍ​ທີ່​ພວມ​​ກີດ​ຂວາງ​​ຈຳ​ກັດ​ການ​ແລກ​ປ່ຽນ​ດ້າ​ນ​ການ​ຄ້າ​ລະ​ຫວ່າງ ວິ​ສາ​ຫະ​ກິດ 2 ປະ​ເທດ; ພ້ອມ​ທັງ​ສະ​ເໜີ​ກົນ​ໄກ, ນະ​ໂຍ​ບາຍ ແລະ ຕີ​ລາ​ຄາ​ບັນ​ດາ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ, ບັນ​ດາ​ເງື່ອນ​ໄຂ, ກາ​ລະ​ໂອ​ກາດ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ພາຍ​ຫຼັງ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຫວຽດ​ນາມ - ພັນ​ທະ​ມິດ​ເສດ​ຖະ​ກິດອາ​ຊ​ີ - ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸ​ກ ສະ​ເໜີ​ໃຫ້ວິ​ສາ​ຫະ​ກິດ 2 ປະ​ເທດ​ສູ້​ຊົນຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງຫວຽດ​ນາມ - ລັດ​ເຊຍ ຂຶ້ນ​ລະ​ດັບ 10 ຕື້ USD ໃນ​ປີ 2020 ຄື​ດັ່ງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ໜາວ່າ.

        “ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ. ບັນ​ດາ​ນັກ​ລົງ​ທຶນ​ຫວຽດ​ນາມ ສາ​ມາດ​ຄົ້ນ​ຄວ້າ​ເພື່ອ​ລົງ​ທຶນ​ເຂົ້າ​ລັດ​ເຊຍ ໃນ​ບາງ​ຂົງ​ເຂດ. ກົງ​ກັນ​ຂ​້າມ, ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂ​ອງ​ລັດ​ເຊຍ ກໍ່ສາ​ມາດ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ຫວຽດ​ນາມ​ ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກເພື່ອ​ໃຫ້​ລັດ​ເຊຍ ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ຖ້າ​ຫາກ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ລັດ​ເຊຍ ມີ​ໂຄງ​ການ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້, ມີ​ເຕັກ​ໂນ​ໂລ​ຊີ​, ອຸ​ປະ​ກອນທ​ີ່​ດີ ສາ​ມາດ​​ຮັບ​ເ​ອົາ​ກາ​ລະ​ໂອ​ກາດ​ ເມື່ອ​ຫວຽນາມ ໄດ້​ມີ​ການ​ພົວ​ພັນດ້າ​ນ​ການ​ຄ້າ​ກັບ 210 ປະ​ເທ​ດ. ​ເມື່ອສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ​ກັບ​ຫວຽດ​ນາມ ​ມີ​ຜົນ​ສັກ​ສິດ​ ຈະແມ່ນ​ກາ​ລະ​ໂອ​ກາດ​ໃໝ່​​ໃຫ້​ແກ່ 2 ຝ່າຍ…”

        ແລະ​ກໍ​ໃນ​ຕອນ​ຄ່ຳ​ວັນ​ທີ 18/05, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ​້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອງ​ຫ້ອງ​ການ​ຕາງ​ໜ້າ​ຂອງ​ທະ​ນາ​ຄານ​ການ​ຄ້າ​ຫຸ້​ນ​ສ່ວນລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV).

ຂ່າວ/ບົດ​ອື່ນ