ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີຊູແອດ

(VOVWORLD) -ວັນທີ 27 ພຶດສະພາ, ຢູ່ນະຄອນຫຼວງ Stockholm, ປະເທດຊູແອດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີຊູແອດ Stefan Lofven.

ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີຊູແອດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຊູແອດ Stefan Lofven

(ພາບ: VGP)

ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ. ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍທີ່ໄດ້ຮັບການສ້າງຕັ້ງຢ່າງມີປະສິດທິຜົນ. ນາຍົກລັດຖະມົນຕີ 2 ທ່ານຖືວ່າ, ການພົວພັນດ້ານການຄ້າ - ການລົງທຶນຍັງບໍ່ທັນເໝາະສົມກັບຄວາມສະມາດບົ່ມຊ້ອນຂອງ 2 ປະເທດ. ນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນເອກະພາບວ່າ ຄວນຊຸກຍູ້ບັນດາກະຊວງ, ຂະແໜງການ, ຄູ່ຮ່ວມມືຂອງ 2 ປະເທດ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດປ່ຽນແປງໃໝ່ປະດິດຄິດສ້າງຄື: ເຂດຕົວເມືອງອັດສະລິຍະ, ສິ່ງແວດລ້ອມ, ປັນຍາທຽມ, ສາທາລະນະສຸກ…

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຊູແອດ ສະໜັບສະໜູນການພັດທະນາການພົວພັນຮອບດ້ານລະຫວ່າງຫວຽດນາມ - ສະຫະພາບເອີລົບ (ອີຢູ). ນາຍົກລັດຖະມົນຕີ 2 ທ່ານເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ - ອີຢູ (EVIPA) ໃນຊຸມອາທິດຈະມາເຖິງ ແລະ ໃຫ້ສັດຕະຍາບັນໂດຍໄວ, ຫຼັງຈາກນັ້ນຜັນຂະຫຍາຍ ເພື່ອນຳມາເຊິ່ງຜົນປະໂຫຍດຂອງທຸກຝ່າຍ.

        2 ຝ່າຍເຫັນດີຈະຍູ້ແຮງການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ຄື: ສະຫະປະຊາຊາດ, ເວທີປາໄສອາຊີ - ເອີລົບ (ASEM), ການຮ່ວມມືລະຫວ່າງອາຊຽນ - ອີຢູ, ການຮ່ວມມືລວມເພື່ອຮັບມືກັບບັນດາບັນຫາທົ່ວໂລກ…. 2 ຝ່າຍກໍ່ເຫັນດີກ່ຽວກັບຄວາມສຳຄັນໃນການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ຮັບປະກັບຄວາມເສລີໃນການເດີນທະເລ, ການບິນ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Stefan Lofven ມາຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີ Stefan Lofven ໄດ້ຮັບຄຳເຊີນດ້ວຍຄາມເຕັມໄຈ.

ຕອບກັບ

ຂ່າວ/ບົດ​ອື່ນ