ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກ່ຽວກັບແຜນຮ່າງທົດລອງຕາມຮູບແບບການປົກຄອງຕົວເມືອງຮ່າໂນ້ຍ

(VOVWORLD) -ຕອນເຊົ້າວັນທີ 22 ມັງກອນ, ຄະນະພັກລັດຖະບານ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ກ່ຽວກັບແຜນຮ່າງທົດລອງການຄຸ້ມຄອງຮູບແບບການປົກຄອງຕົວເມືອງນະຄອນຮ່າໂນ້ຍ.

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກ່ຽວກັບແຜນຮ່າງທົດລອງຕາມຮູບແບບການປົກຄອງຕົວເມືອງຮ່າໂນ້ຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: VGP)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເລຂາຄະນະພັກລັດຖະບານ ໃຫ້ຮູ້ວ່າ, ການປ່ຽນແປງໃໝ່ການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນເວົ້າລວມ ແລະ ອຳນາດການປົກຄອງເຂດຕົວເມືອງເວົ້າສະເພາະແມ່ນໜ້າທີ່ສຳຄັນ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຈາກພັກ, ລັດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນແລກປ່ຽນ, ປະກອບຄຳເຫັນໃຫ້ຄະນະພັກນະຄອນຮ່າໂນ້ຍ ເພື່ອສ້າງແຜນຮ່າງໃຫ້ສົມບູບແບບ ດ້ວຍຄຸນນະພາບດີທີ່ສຸດ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 21 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເປັນປະທານການເຮັດວຽກຮັບຟັງບົດລາຍງານໝາກຜົນການຜະລິດ ແລະ ການຍິງດາວທຽມ Micro Dragon ຂອງຫວຽດນາມ ຂຶ້ນກັບໂຄງການປ້ອງກັນ, ຕ້ານໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ນຳໃຊ້ດາວທຽມເພື່ອສັງເກດໜ່ວຍໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ