ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບພັດທະນາການທ່ອງທ່ຽວ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບພັດທະນາການທ່ອງທ່ຽວ - ảnh 1
ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ເປັນ​ປະທານ
​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ພັດທະນາ​ການທ່ອງ​ທ່ຽວ


(vovworld) - ຕອນ​ເຊົ້າ​ວັນ​ທີ 09/08 ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ພັດທະນາ​ການທ່ອງ​ທ່ຽວ ​​ເຊິ່ງໄດ້​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ້ຍອານ, ​ແຂວງ ກວາງ​ນາມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ກອງ​ປະຊຸມ​ການທ່ອງທ່ຽວ​ຂອບ​ຂະໜາ​ດ​ໃຫຍ່​ທົ່ວ​ປະ​​ເທດ​ໄດ້​ຮັບ​ການຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມຢ່າງ​ຄົບ​ຖ້ວນ​ຂອງ​ຜູ້​ແທນທີ່​ມາ​ຈາກ​ບັນດາ​ກະຊວງ, ​ຂະ​ແໜງ​ການ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຕ້ອງ​ຊອກ​ຫາ​ມາດ​ຕະການ ​ເພື່ອ​ນຳ​ການທ່ອງ​ທ່ຽວກາຍ​ເປັນ​ຂະ​ແໜງ​ເສດຖະກິດປາຍ​ແຫຼມ, ປະກອບ 10% ​ເຂົ້າ GDP ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຖືວ່າ: ຂະ​ແໜງ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ ຄວນ​ຮ່ຳ​ຮຽນບົດຮຽນ​ທ່ອງ​ທ່ຽວ​ຈາກບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ. ວຽກ​ງານ​ຄຸ້ມ​ຄອງ​ລັດ​ຕ້ອງ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ທ່ອງ​ທ່ຽວ​ພັດທະນາ, ​ໃນ​ນັ້ນ ສ້າງ​ເງື່ອນ​ໄຂ​ພັດທະນາ​ບັນດາ​ເຄື່ອງໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ໃຫຍ່, ສ້າງບັນດາ​ວິ​ສາ​ຫະກິດ​ມີ​ຂອບ​ຂະໜາດ​, ລະດັບພາກ​ພື້ນ ​ແລະ ​ໂລກ, ມີ​ຄຸນ​ນະພາ​ບການ​ບໍລິການ​ດີ ​ໄດ້​ຮັບ​ການ​​ຮູ້ຈັກ ​ແລະ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ແຂກ​ທ່ອງ​ທ່ຽວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

        “ປະຊາ​ຄົມ​ເຮັດ​ການທ່ອງທ່ຽວ​ແມ່ນ​ປັດ​ໃຈ​ສຳຄັນ, ສິ່ງ​ນັ້ນ ​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ທ່ອງ​ທ່ຽວ​. ທີ 2 ​ແມ່ນ​ຕ້ອງ​ສ້າງ​ເຄື່ອງໝາຍ​​ການທ່ອງທ່ຽວ. ດ່າ​ໜັງ ພວມ​ສ້າງເຄື່ອງໝາຍ​ການ​ທ່ອງ​ທ່ຽວ​ເປັນ​ຢ່າງ​ດີ. ດັ່ງ​ນັ້ນ ຕ້ອງ​ກຳນົດ​ບັນດາ​ວິທີເຮັດ​ເຄື່ອງໝາຍ​ການ​ຄ້າ​ທີ່ດີ. ອົງການ​ສຳນັກງານ​ຄຸ້ມ​ຄອງ​ແຫ່ງ​ລັດ ຕ້ອງ​ກຳນົດ​ໜ້າ​ທີ່ ຕ້ອງ​ປະຕິບັດ​ເພື່ອ​ສ້າງ ​ແລະ ຮັບ​ໃຊ້ການ​ພັດທະນາ. ດັ່ງ​ນັ້ນ ຕ້ອງ​ປຶກສາ​ຫາລື​ເຖິງ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ສ້າງ​ວິ​ສາ​ຫະກິດ​ໃຫ້​ໝັ້ນຄົງເຂັ້ມ​​ແຂງ, ມີ​ຂອບ​ຂະໜາດ.”

 

 

ຂ່າວ/ບົດ​ອື່ນ