ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ,ສັງຄົມ

(VOVWORLD) -ຕອນບ່າຍວັນທີ 04 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ, ສັງຄົມ ກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ,  ໄດ້ເປັນປະທານວາລະເຮັດວຽກຂອງອະນຸກຳມະການ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ,ສັງຄົມ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ,ສັງຄົມ)

ທີ່ກອງປະຊຸມ, ບັນດາສະມາຊິກໄດ້ປະກອບຄຳເຫັນເຂົ້າຫົວເລື່ອງ, ໂຄງສ້າງ, ແຜນຮ່າງເບື້ອງຕົ້ນ ແລະ ບາງຈຸດສຸມຂອງບົດລາຍງານຍຸດທະສາດ 10 ປີແຫ່ງການພັດທະນາເສດຖະກິດ, ສັງຄົມ (2021 - 2030) ແລະ ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2021 – 2025).

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາສະມາຊິກອະນຸກຳມະການ ສືບຕໍ່ຮັບເອົາຄຳເຫັນປະກອບໂດຍມີການຄັດເລືອກ, ມີພື້ນຖານວິທະຍາສາດ, ກວດກາເນື້ອໃນເພື່ອຍື່ນສະເໜີຕໍ່ກົມການເມືອງປະກອບຄຳເຫັນ. ກ່ຽວກັບຍຸດທະສາດໄລຍະ 10 ປີແຫ່ງການພັດທະນາເສດຖະກິດ, ສັງຄົມ, ທ່ານນາຍົກລັດຖະມົນຕີຖືວ່າ, ຄວນສ້າງຫົວເລື່ອງໃຫ້ຍຸດທະສາດ, ໃນນັ້ນເນັ້ນໜັກເຖິງບາງຈຸດສຸມຄື: ປ່ຽນແປງໃໝ່ປະດິດຄິດສ້າງ, ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບສັງຄົມໃຫ້ໝັ້ນຄົງ, ຮັບສາເອກະລາດອະທິປະໄຕ… ທ່ານນາຍົກລັດຖະມົນຕີຖືວ່າ, ຄວນເນັ້ນໜັກເຖິງການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

        ກ່ຽວກັບໂຄງສ້າງຂອງແຜນຮ່າງເບື້ອງຕົ້ນ, ທ່ານນາຍົກລັດຖະມົນຕີຖືວ່າ, ຄວນຍົກອອກສະພາບການຢູ່ພາຍໃນປະເທດ ແລະ ສາກົນ, ທັດສະນະພັດທະນາ ຖືວິທະຍາສາດເຕັກໂນໂລຊີ ແລະ ມະນຸດເປັນໃຈກາງ, ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ຮັບປະກັນຄວາມກົມກຽວໃນການພັດທະນາ… ກ່ຽວກັບແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2016 – 2025), ທ່ານນາຍົກລັດຖະມົນຕີເຫັນດີກັບຄຳເຫັນຄວນຕີລາຄາໝາກຜົນການປະຕິບັດໄລຍະ 2016 – 2020 ເພື່ອຢືນຢັນຄວາມໄວ້ເນື້ອເຊື່ອໃຈ ແລະ ທີ່ຕັ້ງທີ່ດີຄືໃນປະຈຸບັນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ