ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນຫາຍຟ່ອງ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນຫາຍຟ່ອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ການ​
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ນະຄອນ ຫາຍ​ຟ່ອງ

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 19/09 ຢູ່ ຫາຍ​ຟ່ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ນະຄອນ ຫາຍ​ຟ່ອງ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ-​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ, ຂົນຂວາຍ​ປະຊາຊົນ​ໃນ 9 ​ເດືອນປີ 2016 ​ແລ​ະ ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ເຖິງ​ທີ່​ຕັ້ງ​ຈຸດ​ສຸມ​ຂອງ​ເຂດ​ເສດຖະກິດ​ທາງ​ທິດ​ເໜືອ​ຂອງ ຫາຍ​ຟ່ອງ ດ້ວຍ​ບັນດາ​ທ່າ​​ໄດ້​ປຽບຂອງ ຫາຍ​ຟ່ອງ ຄື: ​ແມ່ນ​ໜຶ່ງ​ໃນ​​ທ່າ​ກ່ຳ​ປັ່ນ​ສາກົນສອງ​ແຫ່ງ​ໃຫຍ່​ສຸດ​ໃນ​ທົ່ວ​ປະ​​ເທດ, ຈຸດ​ສຸມ​ຈຳໜ່າຍ​ສິນຄ້າ ​ແລະ ​ແມ່ນ​ກຳລັງ​ໜູນ​ການ​ເຕີບ​ໂຕ​ຂອງທັງ​ເຂດ​ເສດຖະກິດ​ພາກ​ເໜືອ​, ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ ນອນ​ໃນ 2 ​ແລວທາງ​ເສດຖະກິດ, ຂອບ​ອ້ອມ​ໜຶ່ງ, ​ເຊື່ອມ​ຕໍ່​ກັບ ຈີນ…​ແລະ​ ຍ້ອນ​ຄວາມ​ພິ​ເສດສະ​ເພາະ​ເປັນ​ທ່າ​ກ່ຳ​ປັ່ນ​ສາກົນ, ຫາຍ​ຟ່ອງ ກໍ່​ແມ່ນ​ທ້ອງ​ຖິ່ນນຳ​ໜ້າ​ຂອງ​ທົ່ວ​ປະ​ເທດ​ໃນ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ​ແມ່ນປະຕູ​ເຊື່ອ​ມ​ໂຍງ​ຂອງ​ປະ​ເທດ. ຈາກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທ່າ​​ໄດ້​ປຽບ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ຫາຍ​ຟ່ອງ ຕ້ອງ​ພັດທະນາກາ​ຍ​ເປັນ​ນະຄອນ​ທັນ​ສະ​ໄໝ, ມີ​ຄວາມ​ສາມາດ​ເຊື່ອ​ມຕໍ່​ດີ ​ແລະ ຕ້ອງ​ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​ທີ່​ດີ. ທ່ານ​ນາຍົກລັດຖະມົນຕີ ​ໃສ່​ໃຈ​ນະຄອນ​ເພີ່ມ​ທະວີ​ການໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​, ອຸດສາຫະກ​​ຳສຳຮອງ; ພັດທະນາ​ບໍລິການ logistic, ວາງ​ຈຸດໝາຍ​ສູ້​ຊົນ​ເພີ່ມ​ ​ປະລິມານ​ສິນຄ້າ​​ເຮັດ​ລະບຽບ​ການພາສີ​ຜ່ານທ່າ​ກ່ຳ​ປັ່ນ ຫາຍ​ຟ່ອງ ​ໃຫ້​ຫລາຍ​ກ່ວາ.

ຂ່າວ/ບົດ​ອື່ນ