ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນໂຮ່ຈິມິນ

(VOVWORLD) -ໂດຍສືບຕໍ່ລາຍການປະຕິບັດງານຢູ່ນະຄອນໂຮ່ຈິມິນ, ຕອນບ່າຍວັນທີ 12 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານພ້ອມກັບການນຳບາງກະຊວງ, ຂະແໜງການເຮັດວຽກກັບການນຳຫຼັກແຫຼ່ງນະຄອນໂຮ່ຈິມິນ ກ່ຽວກັບສະພາບການປະຕິບັດການພັດທະນາເສດຖະກິດ, ສັງຄົມ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນໂຮ່ຈິມິນ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນໂຮ່ຈິມິນ)

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງ ນະຄອນໂຮ່ຈິມິນ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນໄຕມາດທີ 1; ຕີລາຄາສູງການນຳນະຄອນໂຮ່ຈິມິນ ທີ່ມີຈິດໃຈປະຈັນບານ, ນຳໜ້າທົ່ວປະເທດໃນຫຼາຍຂົງເຂດ, ໃນນັ້ນມີການພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດທ່ອງທ່ຽວ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ອອກບາງບັນຫາທີ່ຍັງຄົງຄ້າງຂອງນະຄອນຄື: ການບໍລິການດ້ານການທ່ອງທ່ຽວຍັງບໍ່ທັນບັນລຸໝາກຜົນສູງ; ການດຶງດູດ FDI ສູງແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ການລົງທຶນເຂົ້າຂົງເຂດອຸດສາຫະກຳຜະລິດ, ປຸງແຕ່ງຍັງບໍ່ທັນຫຼາຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແກ້ໄຂບັນຫາດັ່ງກ່າວໃນໄລຍະຈະມາເຖິງ. ນອກນັ້ນ, ທາງນະຄອນກໍ່ຄວນເອົາໃຈໃສ່ເຖິງບັນດາບັນຫາສັງຄົມ, ກະສິກຳ, ການພັດທະນາຊົນນະບົດ, ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ