ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳຫຼັກແຫຼ່ງສະຫະພັນໃຫຍ່ແຮງງານຫວຽດນາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳຫຼັກແຫຼ່ງສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ເ​ເຮັດ​ວຽກ​ກັບ​ການ​ນຳ
​ຫຼັກ​ແຫຼ່ງສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 09/07 ຢູ່​ຮ່າ​ໂນ້ຍ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ​ ເປັນປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະຕິບັດ​ກົດ​ລະບຽບ​ກ່ຽວ​ກັບ​ການ​ພົວພັນ​ວຽກ​ງານ​ລະຫວ່າງລັດຖະ ບານ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ປີ 2015, ຈຸ​ດສຸມ​ສົມທົບ​ວຽກ​ງານ​ໃນ​ປີ 2016. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນ​ຕີ ​ຕີ​ລາຄາວ່າ ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ ລັດຖະບານ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ບັນລຸ​​ໄດ້​ປະສິດທິຜົນ​ຢ່າງ​ຕັ້ງໜ້າ, ປະກອບ​ສ່ວນ​ຊຸກຍູ້ຊົນ​ຊັ້ນ​ກຳ​ມະກອນ​ພັດທະນາ, ທ່ານ​ນາຍົກ​ລັດຖະມົນຕີ​ກໍ່​ຖື​ວ່າ: ຄວນ​ມີ​ມາດ​ຕະການ​ຍົກ​ສູງ​ລະດັບ​ວິຊາ​ຊີບ​ໃຫ້​ກຳມະກອນ, ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ​ແກ້​ໄຂ​ບັນຫາ​ເງິນ​ເດືອນ; ພ້ອມ​ທັງ ​ເອົາ​ໃຈ​ໃສ່​ຫລາຍ​ກ່ວາ​ອີກ ​ເຖິງ​ຊີວິດທາງ​ດ້ານ​ວັດ​ຖຸ ​ແລະ ຈິ​ດ​ໃຈ​ໃຫ້​ກຳມະກອນ​ແຮງ​ງານ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ: ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ສົມທົບ​ກັນ​ລະຫວ່າງລັດຖະບານ ​ແລ​ະ ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽນຊວນ​ຟຸກ ຊີ້​ແຈ້ງວ່າ:

        “ອົງການ​ສຳ​ນັກ​ງານ​ບໍລິຫານ ຕ້ອງມີ​ປະ​ຊາ​ທິປະ​ໄຕ, ​ເປີດ​ເຜີຍກະຈ່າງ​ແຈ້ງກຳມະ​ບານ. ຕ້ອງ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ, ປົກ​ປັກ​ຮັກສາສິດຜົນປະ​ໂຫຍດອັນ​ຊອບ​ທຳ​ໃຫ້ກຳມະກອນ​ຢ່າງ​ແທ້ຈິງ. ພວກ​ເຮົາ ຕ້ອງຮັບ​ຮູ້​ບັນດາສິ່ງ​ທີ່​ຍັງຄົງ​ຄ້າງ, ບໍລິຫານ​ມະຫາ​ພາກ, ນັບທັງ​​ການ​ຄ້ມຄອງ​ສັງຄົມ, ຄຸ້ມ​ຄອງ​ເສດຖະກິດ​ຂອງ​ລັດຖະບານ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ກຳ​ມະ​ບານ ​ເພື່ອ​​ໃຫ້ມີ​ການ​ຫັນປ່ຽນ​ໃໝ່.

 

 

ຂ່າວ/ບົດ​ອື່ນ