ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຊີ້ນຳເຂດໄຕງວຽນ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບຄະນະຊີ້ນຳເຂດໄຕງວຽນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບຄະນະຊີ້ນຳເຂດໄຕງວຽນ
(ພາບ: ຫງວຽນຈ້ອງ)

(vovworld) - ​ໃນ​ຂອບ​ເຂດ​ການ​ປະຕິບັດ​ງານ​ຢູ່​ເຂດ​ໄຕ​ງວຽນ, ຕອນ​ເຊົ້າ​ວັນ​ທີ 19/06 ຢູ່​ນະຄອນ ບວນມາ​ທວດ ​ແຂວງ ດັກ​ຫລັກ, ທ່ານ​ນາຍ​ົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ທີ່​ການ​ເຮັດ​ວຽກ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ, ລັດຖະບານ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ເວົ້າ​ສະ​ເພາະ ກໍ່​ຄື​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ​ເຂດ ​ໄຕ​ງວຽນ ​ເວົ້າ​ລວມ. ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ ຄະນະ​ຊີ້​ນຳ​ເຂກ​ໄຕ​ງວຽນ ພ້ອມ​ກັບ​ການ​ນຳ​ບັນດາ​ແຂວງ​ໃນ​ເຂດ ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່

ພັດທະນາ​ເສດຖະກິດ - ສັງຄົມ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ ​ເປີດ​ກ້ວາງ​ບັນດາ​ຮູບ​ແບບ​ຜະລິດ​ເສດຖະກິດ​ສູງ​ຢ່າງ​ມີ​ປະສິດທິ​ຜົນ; ກໍ່ສ້າງ​ລະບົບ​ການ​ເມືອງຢູ່​ທ້ອງ​ຖິ່ນ​ໃຫ້​ໝັ້ນຄົງ, ພິ​ເສດ​ແມ່ນ​ຢູ່​ບັນດາໝູ່​ບ້ານ, ຕິກ​ພັນ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​​ເຜົ່າ, ສາສະໜາ, ກໍ່ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາມັດ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເປັນ​ຢ່າງ​ດີ ປະກອບ​ສ່ວນຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາ​ງສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ຄະນະ​ຊີ້​ນຳ ​ແລະ ບັນດາ​ແຂວງ ​ໄຕ​ງວຽນ ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ທີ່​ດິນ​ໃຫ້​ດີ ​ເພື່ອ​ຮັບ​ໃຊ້​ການ​ຜະລິດ; ຄຸ້ມ​ຄອງ​ແຫຼ່ງນ້ຳ; ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄມ້ ​ເພື່ອ​​ແນ​ໃສ່​ຮັບປະກັນ​ເງື່ອນ​ໄຂ​ດຳລົງ​ຊີວິດ, ຊີວິດການ​ເປັນ​ຢູ່ ​ແລະ ວຽກ​ເຮັດງານ​ທຳ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ບໍລິ​ເວນ​.

ຂ່າວ/ບົດ​ອື່ນ