ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງຫວີງລອງ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງຫວີງລອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງເຮັດ​ວຽກ​ກັບ​ແຂວງ ຫວີງ​ລອງ
(ພາບ: ສື່ເອເລັກໂຕນິກລັດຖະບານ)

(vovworld) –  ​ ຕອນ​ບ່າຍ​ວັນ​ທີ 11/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງເຮັດ​ວຽກ​ກັບ​ແຂວງ ຫວີງ​ລອງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ ສັງຄົມ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ແຫ້ງ​ແລ້ງ ​ແລະ ນຳ້​ເຄັມ​ຊຶມ​ໃນ​ໄລຍະ​ຜ່ານ​ມາ.

        ທີ່​ການ​ເຮັດ​ວຽກ, ​ແຂວງ ຫວີງ​ລອງ ສະ​ເໜີ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ບັນດາກະຊວງ​ຂະ​ແໜງ​, ໜູນ​ຊ່ວຍ​ລົງ​ທຶນບາງ​ກິດຈະກຳ​ຊົນ​ລະ​ປະທານ​ປ້ອງ​ກັນ, ຕ້ານ​ໄພ​ແຫ້ງ​ແລ້ງ ​ແລະ ນຳ້​ເຄ​ັມຊຶມ. ລະອຽດ​ຄື: ລົງທຶນ​ຈຳນວນ​ເງິນ 731 ຕື້​ດົ່ງ ​ໃຫ້ 3 ລະບົບ​ຊົນລະປະທານ​ກັນ​ນຳ້​ເຄັມ​ຊຶມ, ຮັກສາ ​ຫຼື ສົ່ງ​ນຳ້​ຈືດ ຫວູງລຽມ​ເໜືອ, ຫວູງລຽມ ​ແລະ ລູກ​ສີ. ທາງ​ແຂວງ​ກໍ່ສະ​ເໜີ​ສູນ​ກາງ​ໜູນ​​ຊ່ວຍ​ຈຳນວນ​ເງິນ 350 ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ກິດຈະກຳ​ບາງ​ແຫ່ງທີ່​ສຳຄັນ​ຂອງ​ແຂວງ.

        ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ແຂວງ​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​​ໃນ​ຫຼາຍ​ດ້ານ, ນັບ​ທັງ​ເສດດຖະກິດ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ… ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ແຂວງ​ຜັນ​ຂະຫຍາຍ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢູ່​ທ້ອງ​ຖິ່ນ​ຢ່າງ​ມີ​ປະ​ສິດທິ​ຜົນ, ປະຕິບັດ​ລື່ນ​ກາຍ​ຄາດໝາຍ​ເສດຖະກິດ​ສັງຄົມ​ປີ 2016, ປະກອບສ່ວນ​ເຂົ້າ​ໃນ​ແຜນການ​ລວມຂອງ​ສູນ​ກາງ.


ຂ່າວ/ບົດ​ອື່ນ