ນາຍົກລັດຖະມົນຕີຫງວຽນຊວນຟຸກໄປກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2

(VOVWORLD) -ຕອນທ່ຽງວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Pochengtong, ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2.

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປກຳປູເຈຍເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ

ໄດ້ໄປຮອດສະໜາມບິນສາກົນ Pochengtong)

ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສະໜາມບິນ ມີທ່ານລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ Thong Khong, ທ່ານເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ Prak nguon Hong, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ວູກວາງມິງ.

        ຕອນບ່າຍວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ແມ່ນ້ຳສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງພວກເຮົາ”. ທ່ານນາຍົກລັດຖະມົນຕີກໍ່ໄດ້ພົບປະກັບຫົວໜ້າຄະນະຜູ້ແທນປະເທດຕ່າງໆເຂົ້າຮ່ວມກອງປະຊຸມບາງທ່ານ ແລະ ຢ້ຽມຊົມງານວາງສະແດງພາບຖ່າຍຜົນງານແມ່ຂອງ - ແມ່ນ້ຳລ້ານຊ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ