ນາຍົກລັດຖະມົນຕີຫງວຽນຊວນຟຸກໄປຮອດນະຄອນຫຼວງປັກກິງ,ເລີ່ມຕົ້ນການຢ້ຽມ ຈີນຢ່າງເປັນທາງການ

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປຮອດນະຄອນຫຼວງປັກກິງ,ເລີ່ມຕົ້ນການຢ້ຽມ ຈີນຢ່າງເປັນທາງການ - ảnh 1
(ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄປ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິງ,
 ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຈີນ ຢ່າງ​ເປັນ​ທາງ​ການ)


(vovworld) - ຕອນ​ເຊົ້າ​ວັນ​ທີ 12/09, ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນໜານ​ໜິງ, ແຂວ​ງ ກວາງ​ຊີ, ໄປ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຈີນ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ລິ໋​ເຄີ​ສຽງ. ຕອນ​ທ່ຽງ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ນະ​ຄອນ​ຫຼວງ​ປັກ​ກິງ. ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ມີ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ລ້ຽວ​ເຈີນ​ມິນ; ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ​ຫວຽດ​ນາມ, ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ ແລະ ຮ່ຳ​ຮຽນ​ຢູ່​ຈີນ ເປັນ​ຈຳ​ນ​ວນ​ຫຼວງ​ຫຼາຍ.

        ​ການ​ຢ້ຽມ​ຢາມ​ຈີນ ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢ່າງ​ເປັນ​ທາ​ງການ ແມ່ນ​ການ​ຢ້ຽມ​ຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ​ຫວຽດ​ນາມ ພາຍ​ຫຼັງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ. ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ເລິກ​ເຊິ່ງ ບົນ​ພື້ນ​ຖານການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ຂ່າວ/ບົດ​ອື່ນ