ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຊີ້ນຳຂະແໜງກະສິກຳແລະພັດທະນາຊົນນະບົດຜັນຂະຫຍາຍໜ້າທີ່ປີ2016

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຊີ້ນຳຂະແໜງກະສິກຳແລະພັດທະນາຊົນນະບົດຜັນຂະຫຍາຍໜ້າທີ່ປີ2016 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 5/1
(ພາ​ບ: nguyentandung.org)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 5/1, ຢູ່​ຮ່າ​ໂນ​້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2015, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2016 ແລະ ແຜນ​ການ 5 ປີ 2016 – 2020 ຂອງ​ຂະ​ແໜງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ລະ​ບອບ, ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ແກ່ງ​ແຍ້ງ, ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງຂອງ​ລັ​ດ, ສ້າງ​ທ​ຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ, ວ​ິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຂະ​ແໜງ​ກະ​ສິ​ກຳ, ຊົນ​ນະ​ບົດ​ຢ່າງ​ໝັ້ນ​ຄົງ, ປະ​ກອບ​ສ່ວນກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ຍູ້​ແຮງ​​ການປະ​ຕິ​ບັດ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ປະ​ສິດ​ທິ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ແຕ່​ລ​ະ​ຂົງ​ເຂດ​​ຢ່າງລະ​ອຽດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຊີ້​ແຈ້ງວ່າ:

“​ກ້າວເຂົ້າ​ສູ່​ໄລ​ຍະ​ໃໝ່​​ເປັນພື້ນ​ຖານເສດ​ຖະ​ກິດ​ການ​ຕະ​ຫຼາດ, ​ແມ່ນຕ້ອງ​ເຊື່ອມ​ໂຍງ ​ແລະ ແກ່ງ​ແຍ້ງ ດັ່ງ​ນັ້​ນ​ພວກ​ເຮົາ​ຕ້ອງ​ປ່ຽນ​ໃໝ່. ນີ້​ແມ່ນ​ວຽກ​ງານ​ອັນ​ໃຫຍ່ຫຼວງ. ຂ້າ​ພະ​ເຈົ້າ​ຖື​ວ່າ​ນີ້​ແມ່ນ​ຈຸ​ດ​ສຸມ​ຂອງ​ຂະ​ແໜງ​ກະ​ສິ​ກຳ. ການ​ນຳ​ພັກ​ ຕ້ອງ​ສຸມ​ໃສ່​ເຮັດ​ໃຫ້​ຂົງ​ເຂດ​ກະ​ສິ​ກຳ, ປ່າ​ໄມ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ປີ 2016 ນີ້ ແລະ ໃນ 5 ປີ​ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ