ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຊີ້ນຳແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸຢູ່ແຂວງກວາງນິງ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຊີ້ນຳແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸຢູ່ແຂວງກວາງນິງ - ảnh 1

ຝົນຕົກ, ນ້ຳ​ແກ່ງ​​ໃນ​​ໄລຍະ​ຜ່ານ​ມາ​ຢູ່​ແຂວງ​ກວາງ​ນິງ

(vovworld) - ຕອນ​ບ່າຍ​ວັນ​ທີ 5/8/2015, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ຮັບ​ຟັງ​ ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ກວາງ​ນິງ ​ແລະ ກຸ່ມ​ບໍລິສັດ​ໃຫຍ່​ຖ່ານ - ຊັບພະຍາກອນ​ໂລຫະ ຫວຽດນາມ (TKV) ລາຍ​ງານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຮັບ​ມື, ສະພາບຄວາມເສຍ​ຫາຍ ​ແລະ ຄວາມມານະ​ພະຍາຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ຝົນຕົກ, ນ້ຳ​ແກ່ງ​​ໃນ​​ໄລຍະ​ຜ່ານ​ມາ​ຢູ່​ແຂວງ​ກວາງ​ນິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຝາກ​ຄຳ​ຢື້ຢາມ​ຖາມ​ຂ່າວປະຊາຊົນ​ເຂດປະສົບ​ຄວາມເສຍ​ຫາຍ, ​ແບ່ງປັນ​ຄວາມ​​ໂສກ​ເສົ້າ​ເສຍດາຍ​ເຖິງ​ບັນດາ​ຄອບຄົວ​ຜູ້​ຖືກ​ເສຍ​ຊີວິດ. ຕີ​ລາຄາ​ສູງ​ປະຊາຊົນ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ທຸກ​ຂັ້ນ, ທຸກຂະ​ແໜງການ ​ໄດ້​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ຮັບ​ມື, ສະກັດ​ກັ້ນຄວາມ​ເສຍ​ຫາຍ​ຈາກຝົນຕົກ, ນ້ຳ​ແກ່ງ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ ຮຽກຮ້ອງກາ​ນນຳ​ແຂວງ ກວາງ​ນິງ ​ແລະ ກຸ່ມ​ບໍລິສັດ​ໃຫຍ່​ຖ່ານ - ຊັບພະຍາກອນ​ໂລຫະ ຫວຽດນາມ ມີ​ບັນດາ​ມາດ​ຕະການຮັບ​ມື​ຢ່າງ​ເໝາະ​ສົມ​, ທັງ​ໃນ​ສະ​ເພາະ​ໜ້າ, ທັງ​ໃນ​ໄລຍະ​ຍາວ, ​ເພື່ອ​ຮັບປະກັນ​ຊີວິດອິນ​ຊີ ​ການ​ຜະລິດ ​ແລະ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ.  ກ່ອນ​ອື່ນໝົດ​ ສຸມ​ໃສ່ຮັບປະກັນ​ຊີວິດການ​ເປັນ​ຢູ່ຂອງ​ປະຊາຊົນ​​ເປັນ​ປົກກະຕິ​; ໜູນ​ຊ່ວຍ​ບັນດາ​ຄອບຄົວປະສົບ​ເຄາະ​ຮ້າຍ​ຜ່ານ​ຜາ​ຄວາມ​ຫຍຸ້ງຍາກ; ວາງ​ແບບວິທີ​​ຟື້ນ​ຟູ​ພື້ນຖານ​ໂຄງ​ລ່າງ, ພື້ນຖານ​ຜະລິດ ​ເພື່ອ​​​ເຮັດ​ໃຫ້​ການ​ເຄື່ອນ​​​ໄຫວ​ເປັນ​ປົກກະຕິໂດຍ​ໄວ.

           ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ​ ​ໃຫ້​ຮູ້​ວ່າ: ສູນ​ກາງ​ຈະ​ພິຈາລະນາ​ການ​ໜູນ​ຊ່ວຍ​ໃນ​ລະດັບ​ສູງ​ສຸດ, ພ້ອມກັບ​ບັນດາຄວາມ​ມານະ​ພະຍາຍາມ​ຂອງ​ທ້ອງ​ຖິ່ນ ​ແລະ ກຸ່ມ​ບໍລິສັດ​ໃຫຍ່​ຖ່ານ - ຊັບພະຍາກອນ​ໂລຫະ ຫວຽດນາມ ​ເພື່ອຜ່ານ​ຜາ​ຄວາມ​ຫຍຸ້ງຍາກ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ