ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດາຄະນະແຂກສາກົນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດາຄະນະແຂກສາກົນ - ảnh 1
​ທ່ານ ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ແລະ ທ່ານ​ນາ​ຍົກ​ລັດ​
ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ

(vovworld) – ວັນ​ທີ 30/4, ຢູ່​ນະ​ຄອ​ນ ໂຮ່​ຈີ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ: ລາວ, ກຳ​ປູ​ເຈຍ ແລະ ກູ​ບາ ເນື່ອງ​ໃນ​ໂອ​ກາດ​ບັນ​ດາ​ຄະ​ນະ​ມາ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ຄະ​ນະ​ຜູ້​ແທນ​ລາວ ໂດຍ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ຮອງ​ປະ​ທານ​ປະ​ເທດ ລາວ ນຳ​ໜ້າ. ຄະ​ນະ​ຜູ້​ແທນ​ລາ​ຊະ​ອາ​ນາ​ຈັກ ກ​ຳ​ປູ​ເຈຍ ໂດຍ​ທ່ານ​ນາງ Men Xom On, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກ​ຳ​ປູ​ເຈຍ ນຳ​ໜ້າ. ຄະ​ນະ​ຜູ້​ແທນ ກູ​ບາ, ໂດຍ​ທ່ານ Jose Ramon Balaguer Cabrera, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ ກູ​ບາ ນຳ​ໜ້າ.

        ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ໄຊ​ຊະ​ນະປະ​ຫວັດ​ສາດ​ວັນ​ທີ 30/4/1975 ຂອງປະ​ຊ​າ​ຊົນ ຫວຽດ​ນາມ ບໍ່​ສາ​ມາດ​ແຕ​ກ​ແຍກ​ອອກ​ຈາກ​ການ​ສະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​, ຂອງ​ປະ​ຊາ​ຊົນ ໂຊວຽດ, ຈີນ, ລາວ, ກຳ​ປູ​ເຈຍ, ກູ​ບາ ແລະ ເພື່ອນ​ມິດ​ສາ​ກົນ​ໄດ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ 3 ປະ​ເທດ ລາວ, ກຳ​ປູ​ເຈຍ, ກູ​ບາ ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ພຸນ​ຄຸນ​ສ້າງ​, ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ -ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ຫວຽດ​ນາມ - ກູ​ບາ ຢ່າງບໍ່​ຢຸດຢັ້ງ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລ​ກ.


ຂ່າວ/ບົດ​ອື່ນ