ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດາຜູ້ທີ່ປຶກສາ,ຜູ້ຕາງໜ້າດ້ານການຄ້າຫວຽດນາມຢູ່ຕ່າງປະເທດ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດາຜູ້ທີ່ປຶກສາ,ຜູ້ຕາງໜ້າດ້ານການຄ້າຫວຽດນາມຢູ່ຕ່າງປະເທດ - ảnh 1
ທ່ານນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ການພົບປະ
(ພາບ: Đức Tám/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 23/12, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ໃຫ້ການ​ຕ້ອນຮັບ​ບັນດາ​ຜູ້​ທີ່​ປຶກສາ, ຜູ້ຕາງໜ້າ​ການ​ຄ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ ຫວຽດນາມ​ 2013. ກ່າວ​ຄຳ​ເຫັນ​ທີ່​ກາ​ນພົບ​ປະ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກວ່າ​ໜ້າ​ທີ່​ທຳ​ອິດ ​ແລະ ສຳຄັນ​ທີ່​ສຸດ​ຂອງ​ບັນດາ​ຜູ້​ທີ່​ປຶກສາ, ຜູ້ຕາງໜ້າ​ດ້ານ​ການ​ຄ້າ, ຫົວໜ້າ​ສາຂາ​ອົງການ​ການ​ຄ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ໜ້າ​ທີ່​ໄດ້ຮັບ​ມອບ​ໝາຍ, ພິ​ເສດ​ແມ່ນ​ໜ້າ​ທີ່​ເປີດ​ກ້ວາງ​ຕະຫຼາດ, ​ເພີ່ມ​ທະວີ​ການ​ສົ່ງ​ອອກຂຶ້ນ​ລະດັບ 2 ຕົວ​ເລກ​ໃນ​ປີ 2014 ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ GDP, ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິ​ດຢູ່​ບັນດາເຂດອຸດສາຫະກຳ​​, ກະສິກຳ, ບໍລິການ. ພ້​ອມກັນ​ນັ້ນ, ບັນດາ​ຜູ້​ທີ່​ປຶກສາ​ຄວນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ 2 ຝ່າຍ, ພາກ​ພື້ນ ​ແລະ ຫຼາຍ​ຝ່າຍ, ສະ​ເໜີ​ນະ​ໂຍບາຍ​ກ່ຽວ​ກັບປະ​ເພດ​ສິນຄ້າ​ລະ​ອຽດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຄົງ​ຄ້າງ​ສຳລັບ​ແຕ່ລະ​ປະ​ເພດ​ສິນຄ້າ ​ແລະ ມີ​ມາດ​ຕະການ​ຕໍ່ສູ້​ຢ່າງ​ທັນ​ການກັບ​ບັນດາ​ມາດ​ຕະການ​ອາລັກ​ຂາ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ, ຈາກ​ນັ້ນ​ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ການ​ຜະລິດ​ພາຍ​ໃນ​ປະ​ເທດ.


ຂ່າວ/ບົດ​ອື່ນ