ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມອາເມລິກາ - ảnh 1
ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູ້ງຕ້ອນຮັບ​ປະທານ​ສະພາ​ເສນາ​ທິການ​​ໃຫຍ່ກຳລັງທະຫານ​ປະສົມ​ອາ​ເມ​ລິ​ກາ

(vovworld) – ຕອນ​ບ່າຍ​ວັນ​ທີ 14/8, ທີ່​ການ​ຕ້ອນຮັບ​ທ່ານ​ພົນ​ເອກ Martin Dempsey, ປະທານ​ສະພາ​​ເສນາ​ທິການ​ໃຫຍ່​ກຳລັງ​ທະຫານ​ປະສົມ ອາ​ເມ​ລິ​ກາ ທີ່​ພວມມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ​​ ເປັນ​ເວລາ 4 ວັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສະມາດ​ບົ່ມ​ຊ້ອນ ​ແລະ ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັງ​ໃຫຍ່​ຫຼວງ​ຢູ່. ຫວຽດນາມ ປາດ​ຖະໜາ​ຢາກ​ພ້ອມ​ກັບ ອາ​ເມ​ລິ​ກາ ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​ໃນ​ທຸກ​ຂົງ​ເຂດ​ໃຫ້ນັບ​ມື້​ນັບ​ແທດ​ຈິງ, ມີ​ປະສິດທິ​ຜົນ, ຈາກ​ການ​ເມືອງ - ການ​ທູດ, ​ເສດຖະກິດ, ການ​ຄ້າ​ການ​ລົງທຶນຕະຫຼອດ​ຮອດ​ວັດທະນະ​ທຳ, ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ກໍ່​ຄື​ການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາ​ມສະຫງົບ.

    ທ່ານ​ນາຍົກລັດຖະມົນຕີ ສະໜັບສະໜູນ​​ເລື່ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ 5 ​ເນື້ອ​ໃນ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ​ເຊິ່ງ 2 ຝ່າຍ​ໄດ້​ຕົກລົງ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ ສປຊ, ຍົກ​ເລີກ​ຄຳ​ສັ່ງຫ້າມ​ຂາຍ​ອາວຸດ​ໃຫ້ ຫວຽດນາມ​ ​ໂດຍ​ໄວ.

    ປະທານ​ສະພາ​​ເສນາ​ທິການ​ໃຫຍ່​ກຳລັງ​ທະຫານ​ປະສົມ ອາ​ເມ​ລິ​ກາ, ທ່ານ​ພົນ​ເອກ Martin Dempsey ຢືນຢັນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ ສຳລັບ​​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ ຫວຽດນາມ. ທ່ານ​ພົນ​ເອກ Martin Dempseyຊີ້​ແຈ້ງວ່າ: ອາ​ເມ​ລິ​ກາ ​ໃຫ້​ຄຳໝັ້ນ​ສັນຍາ​ຮ່ວມ​ມື​ດ້ານປ້ອງ​ກັນ​ປະ​ເທດ ກັບ ຫວຽດນາມ ​ໃນ 5 ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ຕົກລົງ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ ຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ຖື​ວ່ານີ້​ແມ່ນ​ບັນຫາ​ເຊິ່ງ ອາ​ເມ​ລິ​ກາ​ຖື​ເປັນສຳຄັນ ​ແລະ ​ໃຫ້ບຸລິມະສິດ. ອາ​ເມ​ລິ​ກາ ກໍ່​ສະໜັບສະໜູນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ, ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົ​ງ​ເຂດ​ຄວາມ​ໝັ້ນຄົງ​​ໃນການ​ເດີນ​ທະ​ເລ ​ແລະ ຊ່ວຍ​ຫວຽດນາມ ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​​ໄຕ​ບົນ​ທະ​ເລ. ທ່ານ ປະທານ​ສະພາ​​ເສນາ​ທິການ​ໃຫຍ່​ກຳລັງ​ທະຫານ​ປະສົມ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ຝ່າຍ ອາ​ເມ​ລິ​ກາ ຈະ​ຊອກ​ຫາ​ເສັ້ນທາງ ​ແລະ ແບບວິທີ​ເພື່ອ​ຍົກ​​ເລີກຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້ ຫວຽດນາມ ​ໂດຍ​ໄວ​.



ຂ່າວ/ບົດ​ອື່ນ