ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ວ່າການລັດOregonສະຫະລັດອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ວ່າການລັດOregonສະຫະລັດອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​
​ຕ້ອນຮັບ​ທ່ານ​ນາງ Kate Brown, ຜູ້​ວ່າການ​ລັດ Oregon
(ພາບ:TTXVN)

(vovworld) ຕອນ​ບ່າຍ​ວັນ​ທີ 20/10 ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Kate Brown, ຜູ້​ວ່າການ​ລັດ Oregon, ສະຫະລັດ ອາ​ເມ​ລິ​ກາ ຊຶ່ງພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ຫວຽ​ດນາມ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ອາ​ເມ​ລິ​ກາ ມານະ​ພະຍາຍາມ ​ເພື່ອ​ພັດທະນາ​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​​ແຂງ​ແຮງ ​ແລະ ຮອບດ້ານ​ກ່ວາ​ອີກ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ປະ​ເອີ​ບ​ໃຈ​ຕໍ່​ການ​ພົວພັນທີ່​ນັບ​ມື້​ນັບ​ດີງາມກ່ວາອີກລະຫວ່າງ 2 ປະ​ເທດ​ໃນ​ອະນາຄົດ. ທ່ານ​ນາຍົກລັດຖະມົນຕີ ຢັ້ງຢືນ​ການສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງ​ອຳນາດ​ການ​ປົກຄອງ​ລັດ Oregon ກັບ​ບັນດາ​ກະຊວງ, ອົງການ​ສຳນັກງານຕ່າງໆ​ຂອງ ຫວຽດນາມ ຢ່າງມີ​ປະສິດທິ​ຜົນ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ ຊຶ່ງ 2 ຝ່າຍ​ມີ​ຄວາມ​ຕ້ອງການ, ມີຄວາມ​ສາມາດ​ບົ່ມ​ຊ້ອນ, ມີທ່າ​ແຮງຄື:  ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ໄພ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ພະລັງງານ​ສະອາດ, ກະສິກຳ​… ທ່ານ​ນາຍົກລັດຖະມົນຕີ ກໍ​ຕີ​ລາຄາ​ສູງການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ລັດ Oregon ຢູ່ ຫວຽດນາມ​ ຄື: Nike, Intel ​ແລະ ຢືນຢັນ​ຈະ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ລັດ Oregon ​ແລະ ອາ​ເມ​ລິ​ກາ ​ເຂົ້າ ຫວຽດນາມ ຢ່າງ​ແຂງ​ແຮງ.

        ສ່ວນ​ທ່ານ​ນາງ Kate Brown ກໍ​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ເຂົ້າ ຫວຽດນາມ ພາຍຫລັງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໄດ້​ລົງ​ນາມ ​ແລະ ມີ​ຜົນ​ສັກສິດ. ນອກ​ຈາກຂົງ​ເຂດ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ແມ່ນ ໜູນ​ຊ່ວຍ ຫວຽດນາມ ທາງ​ດ້ານບົດຮຽນ ​ແລະ ດ້ານ​ເຕັກນິກ​ໃນ​ຂົງ​ເຂດຊອກ​ຫາ​ກູ້​ໄພ​ກູ້​ຊີບ, ໜູນ​ຊ່ວຍ​ມະນຸດສະທຳ, ທ່ານ​ນາງ Kate Brown ​ໃຫ້​ຮູ້​ວ່າ: ລັດ Oregon ພ້ອມ​ແລ້ວ​ຈະ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ພະລັງງາ​ນສະອາດ ​ແລະ ພັດທະນາ​​ແບບ​ຍືນຍົງ, ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ; ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ…

ຂ່າວ/ບົດ​ອື່ນ