ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດAirbus

ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດAirbus - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​​ຕ້ອນຮັບ
​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Airbus Thomas Enders
(ພາບ:VGP/Nhật Bắc)


(vovworld) – ຕອນ​ບ່າຍ​ວັນ​ທີ 1/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Airbus Thomas Enders ທີ່​ພວມ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ພິທີມອບ​ຮັບ​ເຮືອບິນ​ລຸ້ນ​ໃໝ່ A350-900 XWB ​ໂດຍ Airbus ຜະລິດ​ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດຫວຽດນາມ (Vietnam Airline). ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນ ຢຸ້ງ ສະ​ເໜີ​ກຸ່ມ​ບໍລິສັດ Airbus ກັບ Vietnam Airline ຈົ່ງປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ມອບ​ຮັບ​ເຮືອບິນພົນລະ​ເຮືອນໃຫ້​ບັນດາ​ບໍລິສັດ​ການບິນ​ຂອງ​ຫວຽດນາມ ຢ່າງ​ຖືກຕ້ອງ​ຕາມ​ແຜນການ ​ແລະ ຄວາມ​ຄືບ​ໜ້າ. ນອກຈາກ​ນັ້ນ, 2 ຝ່າຍ​ຄວນ​ສ້າງ​ຍຸດ​ທະ​ສາດ​ຮ່ວມ​ມື​ຍາວ​ນານ. ຕາມ​ນັ້ນ​ແລ້ວ, Airbus ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ; ພັດທະນາ​ພື້ນຖານພະລາທິການ​ດ້ານເຕັກນິກ, ​ໃນ​ນັ້ນ​ມີ​ບັນດາ​ຮາກ​ຖານບຸລະນະ​ສ້ອມ​ແປງ ​ແລະ ກ້າວໄປ​ເຖິງບັນດາ​ຮາກ​ຖານ​ຜະລິດ​ສິນ​ສ່ວນ​ຍ່ອຍ​ຈຳນວນ​ໜຶ່ງ​ເຮືອບິນ​ຢູ່ ຫວຽດນາມ.​ ນອກຈາກ​ນັ້ນ, ຝ່າຍ ຫວຽດນາມ ກໍ​ພ້ອມ​ແລ້ວ​ທີ່​ຈະ​ປຶກສາ​ຫາ​ລື ​ແລະ ສົ່ງ​ເສີມ​​ຮ່ວມ​ມື​ກັບ Airbus ​ໃນ​ບັນດາ​ຂົງ​ເຂດ​ຍານ​ເວຫາ, ເຕັກນິກ​ດ້ານ​ທະຫານ, ​ໃນ​ນັ້ນ​ມີ​​ເຮືອບິນ​ຂົນ​ສົ່ງ ​ແລະ ອຸປະກອນ​ຮັບ​ໃຊ້​ການ​ປ້ອງ​ກັນຊາ​ດ.

        ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Airbus Thomas Enders ຢືນຢັນ​ວ່າ: Airbus ຖື​ເປັນ​ສຳຄັນ​ຕະຫຼາດ ກໍ​ຄື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ຍາວ​ນານ​ກັບ ຫວຽດນາມ, ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ໜູນຊ່ວຍ​ບັນດາ​ບໍລິສັດການບິນ​ຫວຽດນາມ ພັດທະນາຖັນ​ແຖວພະນັກງານທີ່​ທັນ​ສະ​ໄໝ ກໍ​ຄື​ໜູນ​ຊ່ວຍ​ດ້ານພາລະ​ທິການ​ເຕັກນິກ, ຊັບພະຍາກອນ​ມະນຸດ ​ເພື່ອ​ຂຸດ​ຄົ້ນ​ບັນດາ​​ເຮືອບິນ Airbus ຢູ່ ຫວຽ​ດນາມ​ ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ