ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້້ອນຮັບຜູ້ເປັນທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້້ອນຮັບຜູ້ເປັນທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ​ຕ້ອນຮັບ​
ທ່ານ Tsutomu Takabe (ພາບ: VGP/Nhật Bắc)

(vovworld) - ທີ່​ການ​ຕ້ອນຮັບ​ທ່ານ Tsutomu Takabe ​ໃນ​ຕອນ​ບ່າຍ​ວັນ​ທີ 14/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງລະຫວ່າງ​ ຫວຽດນາມ ​ແລະ ຍີ່ປຸ່ນ ສືບ​ຕໍ່​ມີ​ບັນດາ​ບາດກ້າ​ວພັດທະນາຢ່າງ​​ເຂັ້ມ​ແຂງ, ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ຢ່າງ​ແທດ​ຈິງ ໃຫ້ 2 ປະ​ເທດ​.​ ເມື່ອຕີ​ລາຄາ​ສູງ​ບັນດາ​​ການປະກອບສ່ວນຢ່າງ​ຕັ້ງໜ້າ​ຂອງ​ທີ່​ປຶກສາ​ພິ​ເສດສະຫະພັນ​ສະມາຊິກ​ລັດຖະສະ​ພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ໃນ​ການ​ຊຸກຍູ້ການ​ພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ, ທ່ານ​ນາ​ຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ປາດ​ຖະໜາ​ວ່າ: ທ່ານ Tsutomu Takabe ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ການເຄື່ອນ​​ໄຫວ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ສະ​ເໜີ​ທັງ 2 ຝ່າຍຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ມະຫາວິທະຍາ​ໄລຫວຽ​ດນາມ - ຍີ່ປຸ່ນ ​ໂດຍ​ໄວ; ສືບ​ຕໍ່​ສົມທົບ​ກັນເພື່ອ​ຈັດ​ຕັ້ງ​ບັນດາ​ເຫດ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ພົວພັນ​ແລກປ່ຽນ​ປະຊາຊົນ ​ໃນ​ນັ້ນ​ມີ​ບັນດາ​ງານບຸນ​ຂອງຍີ່ປຸ່ນ ຢູ່ ຫວຽດນາມ ກໍ​ຄື​ບັນດາ​ງານບຸນ​ຂອງຫວຽດນາມ ຢູ່ ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​​ໃຈມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​ຄວາມເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນລະຫວ່າງ 2 ຊາດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ກໍ​ປາດ​ຖະໜາ​​ວ່າ: ທ່ານ Tsutomu Takabe ຈະຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ, ສິນ​ໃນ​ນ້ຳ​ລະຫວ່າງ 2 ປະ​ເທດ​ຕາມ​ຮູບ​ແບບ​ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​ນິກສູງ​ຂອງ ຍີ່ປຸ່ນ; ​ເຈ​ລະ​ຈາ​ກັບຝ່າຍ ຍີ່ປຸ່ນ ​ເພື່ອ​ເພີ່ມ​ທະວີ​ການຮັບ​ນັກຄົ້ນຄວ້າ​, ຝຶກ​ຫັດ ແລະ ​ແຮງ​ງານ ​ຫວຽດນາມ ​ໄປ​​ເຮັດ​ວຽກ​ຢູ່ ຍີ່ປຸ່ນ.

            ສ່ວນທ່ານ Tsutomu Takabe ​ທີ່​ປຶກສາ​ພິ​ສະຫະພັນ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ-​ຫວຽດນາມ ຢືນຢັນ​ວ່າ: ທ່ານຈະ​ສືບ​ຕໍ່​ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່​ປຸ່ນ ​ໃນ​ທຸກ​ຂົງເຂດ; ພ້ອມ​ທັງ​ຊຸກຍູ້​ບັນດາ​ວິສາ​ຫະກິດ ຍີ່ປຸ່ນ ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ໃຫຍ່​ຢູ່ ຫວຽດນາມ ຄື: ​ເຂດ​ເຕັກ​ໂນ​ໂລ​ຢີສູງ ຮ່ວາ​ລາກ, ​ໂຄງການ​ກໍ່ສ້າງເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ເໜືອ - ​ໃຕ້, ​ໂຄງການ​ສະໜາ​ມບິນ​ສາກົນ ລອງ​ແທ່ງ.

ຂ່າວ/ບົດ​ອື່ນ