ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບລັດຖະມົນຕີກະຊວງການຄ້າອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບລັດຖະມົນຕີກະຊວງການຄ້າອາເມລິກາ - ảnh 1
ທ່ານນາງ​ລັດຖະມົນຕີ ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ Penny Pritzker ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ
(ພາບ: VGP/Nhật Bắc)

(vovworld) – ​ທີ່​ການ​ຕ້ອນຮັບ​ທ່ານນາງ​ລັດຖະມົນຕີ ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ Penny Pritzker ໃນ​ຕອນ​ບ່າຍ​ວັນ​ທີ​ 2/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ພວ​ມພັດທະນາ​ອັນ​ດີ​ງາມ​ໃນ​ຫຼາຍ​ຂົງ​ເຂດ. ຫວຽດນາມ ປາດ​ຖະໜາ​ຢາກ ພ້ອມ​ກັບ ອາ​ເມ​ລິ​ກາ ສືບ​ຕໍ່​ມານະ​ພະຍາຍາມ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນໃຫ້ຂຶ້ນສູ່ລະດັບສູງໃໝ່. 2 ຝ່າຍ​ສືບ​ຕໍ່​ນຳ​ໃຊ້​ບັນດາ​ກາລະ​ໂອກາດ, ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ປະ​ເທດ ຢ່າງ​ສູງ​ສຸດ, ​ໃນ​ນັ້ນ​ສຸມ​ໃສ່​​ຊຸກ​ຍູ້​ການ​ຮ່ວມ​ມື​ລົງທຶນ​​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ ອາ​ເມ​ລິ​ກາ ມີ​ທ່​າ​ແຮງ ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ. ​ເມື່ອ​ເຕື້ອງ​ເຖິງ​ການ​ເຈລະຈາ​ສັນຍາ TPP, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: ການ​ເຈລະຈາສັນຍາ​ນີ້ສຳເລັດ​ຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ແກ່​ທຸກໆ​ປະ​ເທດ​ສະມາ​ຊິກ​ເຂົ້າ​ຮ່ວມ. ຢັ້ງຢືນ ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​​ໃຫ້​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ເຂົ້າມາ​ຮ່ວມ​ມື​ລົງທຶນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ  ກໍ່​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສະໜັບສະໜູນ ຫວຽດນາມ ​ໃນ​ການ​ເຈລະຈາ TPP, ສະໜັບ​ສະ​ໜູນ​ເພື່ອ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຮອງ​ຮັບ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ.​.​.​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢູ້ງ ຢາກ​ໃຫ້ ອາ​ເມ​ລິ​ກາກ່າວ​ປະນາມ​ການ​ກະທຳ​ຜິດ​ກົດໝາຍ​, ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ເມື່ອ​ເນັ້ນ​ໜັກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ເສດຖະກິດ ລະ​ຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຍັງ​​ໃຫຍ່​ຫຼວງ​ຢູ່, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການບິນ, ກໍ່ສ້າງ, ພະລັງງານ.​.​. ທ່ານນາງ​ລັດຖະມົນຕີ ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ Penny Pritzker ​ຫວັງ​ວ່າ ລັດຖະບານ ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ແລກປ່ຽນ​ການ​ຄ້າ, ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ ອາ​ເມ​ລິ​ກາ ​ແລ​ະ ຫວຽດນາມ. ທ່ານນາງ​ລັດຖະມົນຕີ Penny Pritzker ກໍ່​ໃຫ​້ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ໃນ​ນັ້ນ​ມີ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຈລະຈາ TPP ສຳ​ເລັດ​ຜົນ, ຜ່ານນັ້ນສ້າງເງື່ອນໄຂເພື່ອຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດສະມາຊິກ TPP ​ໃນ​ນັ້ນ​ມີ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ