ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງຍຸດທະສາດແລະການເງິນສ.ເກົາຫຼີ

ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງຍຸດທະສາດແລະການເງິນສ.ເກົາຫຼີ - ảnh 1
ທ່ານນາ​ຍົກ​ລັດຖະ​ມົນຕີ​ຫງວຽນ​ເຕີນ​ຢຸງຕ້ອນຮັບ
​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸດ​ທະ​ສາດ​ແລະ​ການ​​ເງິນສ.​ເກົາຫຼີ
(ພາບ: VGP)

​(vovworld) - ວັນ​ທີ 19/06, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸດ​ທະ​ສາດ​ແລະ​ການ​​ເງິນສ.​ເກົາຫຼີ Joo Hyung Hwan ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ ໃຫ້​ຮູ້​ວ່າ, ລັດຖະບານ​ຫວຽດນາມ ​ໄດ້​​​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສ.​ເກົາຫຼີ; ພ້ອມ​ທັງ​ສະ​ເໜີ​ຝ່າຍ​ສ.​ເກົາຫຼີ ໃຫ້​ສັດຕະຍາບັນ​ໂດຍ​ໄວ ​ເພື່ອ​ນຳ​ສັນຍາ​ເຂົ້າ​ສູ່​ການ​ປະຕິບັດ​ຕົວ​ຈິງ. ທ່ານ Joo Hyung Hwan ຢືນຢັນ​ວ່າ, ກະຊວງ​ຍຸດ​ທະ​ສາດ​ແລະ​ການ​​ເງິນສ.​ເກົາຫຼີ ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຂອງ​ຫວຽດນາມ​ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ການ​ເງິນ ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ແລ້ວ, ​ໃນ​ນັ້ນ​ມີ​ເລື່ອງ​ກໍ່ສ້າງ​ບັນດາ​ໂຄງການ​ຮ່ວມ​ມື​​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຂອງຫວຽດນາມ ຜ່ານ​ບ້ວງ​ສິນ​ເຊື່ອ​ໃຫ້​ບຸລິມະສິດ 12 ຕື້ USD ​ເຊິ່ງສ.​ເກົາຫຼີ ​ໃຫ້​ຄຳ​ໝັ້ນ​ສັນຍາສະ​ຫງວນ ​ໃຫ້ຫວຽດນາມ. ກ່ຽວ​ກັບ​ສັນ​ຍາ FTA ຫວຽດນາມ - ສ.​ເກົາຫຼີ, ທ່ານ Joo Hyung Hwan ​ໃຫ້​ຮູ້​ວ່າ, ລັດຖະບານ​ສ.​ເກົາຫຼີ ພວມ​ຮີບ​​ເຮັ່ງກະກຽມ​ບັນດາ​ລະບຽບ​ການ​ທີ່​ຈຳ​ເປັນ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ໃຫ້​ສັດຕະຍາບັນສັນຍາ​ດັ່ງກ່າວ​ໂດ​ຍ​ໄວ. ທ່ານ Joo Hyung Hwan ກໍ່​ປາດ​ຖະໜາ​ວ່າ, ລັດຖະບານ​ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອ​ໃຫ້​ບັນດາ​ທະນາຄານ​ສ.​ເກົາຫຼີ ​ເປີດ​ສາຂາ​ຕ່າງໆ​ຢູ່​ຫວຽດນາມ ​​ເພື່ອແນ​ໃສ່ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດສ.​ເກົາຫຼີ ລົງທຶນ​ເຂົ້າ​ຫວຽດນາມ.
ຂ່າວ/ບົດ​ອື່ນ