ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີຍີ່ປຸ່ນYukioHatoyama

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີຍີ່ປຸ່ນYukioHatoyama - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ
ຕ້ອນຮັບອະດີດນາຍົກລັດຖະມົນຕີ
ຍີ່ປຸ່ນYukioHatoyama

(vovworld) – ຕອນ​ບ່າ​ຍ​ວັນ​ທີ 24/6, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Yukio Hatoyama, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ, ​ທີ່ພວ​ມ​ຢູ່​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າ​ວ​ສານ (ໄອ​ທີ) - ສື່​ສານ ຫວຽດ​ນາມ ປີ 2015 (ຫວຽດ​ນາມ ICT Summit 2015). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີລາ​ຄາ​ສູງ​ທ່ານ Yukio Hatoyama ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ, ກໍ່​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ຍີ່​ປຸ່ນ​ໃນ​​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂົງ​ເຂດ​ໄອ​ທີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຫວັງ​ວ່າ​ທ່ານ Hatoyama ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ໄອ​ທີ, ແບ່ງ​ປັນ​ບົດ​ຮຽນ ແລະ ນຳ​ໃຊ້ ໄອ​ທີ​ໃນ​ບັນ​ດາ​ຂົງ​ເຂດ​ຄຸ້ມ​ຄອງ​ເສດ​ຖະ​ກິດ - ສັງ​ຄົມ. ກ່ຽວ​ກັບ​ການ​ພົວ​ພັນ 2 ຝ່າຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ​ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພົວ​ພັນ​ມິດ​ຕະ​ພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຍີ່​ປຸ່ນ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ, ພ້ອມ​ທັງ​ຫວັງ​ວ່າ​ດ້ວຍ​ບົດ​ຮຽນ ແລະ ອິດ​ທິ​ພົນ​ຊື່​ສ​ຽງ​ຂອງ​ຕົນ, ທ່ານ Yukio Hatoyama ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ພັດ​ທະ​ນາການ​ພົວ​ພັນ 2 ຝ່າຍ.

        ທີ່​ການ​ຕ້ອນ​ຮັບ, ທ່ານ Yukio Hatoyama ໃຫ້​ຮູ້​ວ່າ: ໃນ​ປີ 2015, ທ່ານ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ນຳ​ໃຊ້ ໄອ​ທີ ໃນ​ຂົງ​ເຂດ​ກະ​ສິ​ກຳ, ສິນ​ໃນ​ນ້ຳ ແລະ ນຳ​ໃຊ້​ໄອ​ທີ​ໃນ​ວິ​ສາ​ຫະ​ກິດ​ຢ່າງ​ແຮງ. ທ່ານກໍ່​ໃຫ້​ຮູ້​ວ່າຈະ​ສົ່ງ​ຄ​ະ​ນະຜູ້​ແທນ​ວິ​ສາ​ຫະ​ກິດ ໄອ​ທີ​ຂະ​ໜາດ​ໃຫຍ່​ຂອງ ຍີ່​ປຸ່ນ​ມາ ຫວຽດ​ນາມ ​ຊອກ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ປີນີ້. ນອກນັ້ນ, ທ່ານ Yukio Hatoyama ກໍ່​ໃຫ້​ຮູ້​ວ່າ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ແຮງ​ງານ, ສ​ອນ​ວິ​ຊາ​ຊີບ ແລະ ກິ​ລາ​ຢ່າງ​ແຮງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ