ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດTonyBlair

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນຕີອັງກິດTonyBlair - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບອະດີດນາຍົກລັດຖະມົນ
ຕີອັງກິດTonyBlair
(ພາບ: VGP/Nhật Bắc)

(vovworld) – ​​ ທີ່​ການ​ຕ້ອນ​ຮັບ​ໃນ​ວັນ​ທີ 4/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ຂອງ​ທ່ານ Tony Blair ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດຂອງ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຂ​ອບ​ໃຈ ແລະ ຖື​ວ່າ​ການ​ໃຫ້​ຄຳ​ປຶກ​ສາ, ຂໍ້​ສະ​ເໜີ​ແນະຂອງ​ຫ້ອງ​ການ Tony Blair ແລະ ບຸກ​ຄົນ​ທ່ານ Tony Blair ​ເອງໃນ​ບັນ​ດາ​ຂົງ​ເຂດ​ດຶງ​ດູດ​ການ​ລົງ​ທຶນ, ຮ່ວ​ມ​ມື​ພາກ​ລັດ, ເອ​ກະ​ຊົນ​ ແລະ ປະ​ຕິ​ຮູບ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ສຳ​ລັບ ຫວຽດ​ນາມ ແມ່ນ​ມີ​ຜົນ​ປະ​ໂຫຍດ​ທີ່​ສຸດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ເສັ້​ນ​ທາງ​ສ້າງ​ສຳ​ເລັດ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກ້​ວາງ​ຊວາງ. ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູ້ງ ​ຫວັງ​ວ່າ ທ່ານ Tony Blair ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ເປັນທີ່​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ໃຫ້​ແກ່ ຫວຽດ​ນາມ, ພ້ອມ​ທັງ​ແນະ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫ​ຍ່, ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ໂລກ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ຢ່າງ​ຍາວ​ນານ, ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ໃຫຍ່ ຫຼື​ກາຍ​ເປັ​ນ​ຜູ້​​ຖືຫຸ້ນ​​ຍຸດ​ທະ​ສາດ​ໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ຫຸ້ນ​ສ່ວນ​ຂອງ​ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ Tony Blair ສະ​ແດງ​ຄວາມ​ຍິນ​ດີກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມື​ຂອງ​ຫ້ອງ​ການ Tony Blair ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ. ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Tony Blair ໃຫ້​ຮູ້​ວ່າ: ທ່ານ​ພ້ອມ​ແລ້ວ​​ຈະສືບ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື, ກໍ່​ສ້າງ​ບັນ​ດາ​ຮູບ​ແບບ​ໃນ​ຂົງ​ເຂດ​ຮ່ວມ​ມື​ພາກ​ລັດ, ເອ​ກະ​ຊົນ, ປະ​ຕິ​ຮູບ​ລ​ັດ​ວິ​ສາ​ຫະ​ກິດ ແລະ ຊຸກ​ຍູ້​ການ​ລົງ​ທຶນ​ສຳ​ເລັດ​ຜົນ, ຈາກນັ້ນ​ທະ​ວີ​ຄູນ ແລະ ອາດ​ຈະ​ນຳ​ເຂົ້າ​ບັນ​ດາ​ແຜນ​ການ​ພັດ​ທະ​ນາ​ຍາວ​ນານ​ຂອງ ຫວຽດ​ນາ​ມ. ນອກ​ຈາກນັ້ນ, ທ່ານ Tony Blair ໃຫ້​ຮູ້​ວ່າ​ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ​ການສຶ​ກ​ສາ - ບຳ​ລ​ຸງ​ສ້າງ​ກັບ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ