ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດນອກແວ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດນອກແວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາງ ເອກອ​ັກ​ຄະ​ລັດ​ຖະ​ທູດ ນອກ​ແວ Siren Gjerme Eriksen
(ພາບ: VGP/Quang Hiếu)

(vovworld) – ຕອນ​ບ່າຍ​ວັນ​ທີ 4/11, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕ້ອນ​ຮັບ​ເອກອ​ັກ​ຄະ​ລັດ​ຖະ​ທູດ ນອກ​ແວ Siren Gjerme Eriksen ເຂົ້າ​ຢ້ຽມ​ຂ່ຳ​ນັບ, ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ປາດ​ຖະ​ໜາ​ວ່າ: 2 ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ, ການ​ທູ​ດ, ສົມ​ທົບ​ຫຼັກ​ໝັ້ນ, ສະ​ໜັບ​ສະ​ໜູນ​ເຊິ່​ງ​ກັນ ແລະ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ພິ​ເສດ​ແມ່ນຢູ່ ສ​ປ​ຊ, ຖື​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແມ່ນ​ບັນ​ດາ​ຈຸດ​ສຸມ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ປາດ​ຖະ​ໜາ ນອກ​ແວ ສືບ​ຕໍ່​ສະ​ຫງວນ​ທຶນ ODA ໃຫ້​ແກ່ ຫວຽດ​ນາມ ​ຊຶ່ງສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປ້ອງ​ກັນ, ຕ້ານ​ໄພ​ພິ​ບັດ​ທຳ​ມະ​ຊາດ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​​ທາງ​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ສາ​ທາ​ລະ​ນະ​ສ​ຸກ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ...

        ສ່ວນ​ທ່ານນາງ​ເອກອ​ັກ​ຄະ​ລັດ​ຖະ​ທູດ ນອກ​ແວ Siren Gjerme Eriksen, ຢືນ​ຢັນ​​ຈະມາ​ນະ​ພະ​ຍາ​ຍາມ​ຈົນ​ສຸ​ດ​ຄວາມ​ສາ​ມາ​ດ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ເຊິ່ງ 2 ຝ່າຍ​ໄດ້​ເປັນ​ເອ​ກະ​ສັນ​ກັນ ກໍ່​ຄື​ສົ່ງ​ເສີມ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃໝ່​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ… ທ່ານ​ນາງ ເອກອ​ັກ​ຄະ​ລັດ​ຖະ​ທູດ Siren Gjerme Eriksen, ໃຫ້​ຮູ້​ວ່າ: ນອກ​ແວ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ, ພ້ອມ​ທັງ​ຫວັງ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ ນອກ​ແວ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ບັນ​ດາ​ປະ​ເທດ ອາ​ຊ​ຽນ.


ຂ່າວ/ບົດ​ອື່ນ