ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດອັງກິດແລະໂປໂລຍ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດອັງກິດແລະໂປໂລຍ - ảnh 1
ທ່ານ Antony Stokes, ເອກ​ອັກຄະ​ລັດຖະທູດ ອັງກິດ ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ
(ພາບ: Đức Tám/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 9/7, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ອັງກິດ ທ່ານ Antony Stokes, ​ເອກ​ອັກຄະ​ລັດຖະທູດ ​ໂປ​​ໂລ​ຍ Barbara Szymanowska. ທີ່​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ອັງກິດ Antony Stokes ​ເຂົ້າ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​​ເພື່ອ​ພ້ອມ​ກັບ ອັງກິດ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີປາດ​ຖະໜາ​ ອັງກິດ ຈະສືບ​ຕໍ່​ສະຫງວນ ODA ​ໃຫ້​​ແກ່ ຫວຽດນາມ. ຂອບ​ອົບ​ຂອບ​ໃຈ​ລາຊະ​ອານາຈັກ ອັງກິດ ​ໄດ້​ເຫັນ​ດີ​ເຫັນ​ພ້ອ​ມກັບ​ບັນດາ​ປະ​ເທດ ຈີ 7, ອີ​ຢູ ອອກ​ສຽງ​ຄັດຄ້ານ​ການ​ກະທຳ​ຜິດພາດ​ຂອງ ຈີນ ​ເມື່ອຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ທະ​ເລ​ຂອງ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວັງ​ວ່າ ອັງກິດ ຈະສືບ​ຕໍ່​ອອກ​ສຽງ​​ກ່າວ​ປະນາມ​ການ​ກະທຳ​ຜິດພາດ​ຂອງ ຈີນຢ່າງ​ແຮງ.

    ຊົມ​ເຊີຍ​ເອກ​ອັກຄະ​ລັດຖະທູດ ​ໂປ​ໂລ​ຍ Barbara Szymanowska ມາ​ຮັບ​ໜ້າ​ທີ່​ການ​ການ​ທູດ​ຢູ່ ຫວຽດນາມ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຫວັງວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດຈະ​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ 2 ປະ​ເທດ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ​ໂປ​ໂລ​ຍ. ທ່ານ​ນາຍົກລັດຖະມົນຕີຫວັງວ່າ: 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ໃນ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ປາ​ໄສ​ສາກົນ ​ແລ​ະ ພາກ​ພື້ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ພ້ອມ​ທັງ​ຫວັງ​ວ່າ: ​ໂປ​ໂລ​ຍ ​ຈະໃຫ້ ຫວຽດນາມ ກູ້​ຢຶມ ບັນດາ​ບ້ວງ​ເງິນ​ບຸລິມະສິດ​ເພື່ອ​ຮັບ​ໃຊ້​ໃຫ້​ບັນດາ​ຈຸດໝາຍ​ພັດທະນາ.




ຂ່າວ/ບົດ​ອື່ນ