ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບເອກອັກຄະລັດຖະທູດອາເມລິກາ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູ້ງ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ
(ພາບ: VGP/Nhật Bắc)

(vovworld) – ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Theodore Osius ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູ​ດ​ຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​​ຢາກ​ພ້ອມ​ກັບ ອາ​ເມ​ລິ​ກາ ນຳ​ການ​ພົວ​ພັນ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດະ​ທ​ນາ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ເພື່ອ​ສືບ​ຕໍ່​ນຳ​ການ​ພ​ົວ​ພັນ 2 ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັ​ບ​ສູງ​ໃໝ່, ເພີ່ມ​ທະ​ວີ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້ 2 ຝ່າຍ​ຕັ້ງ​ໜ້າ ແລະ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ 9 ຂົງ​ເຂດ​ຮ່ວມ​ມື​ໃນ​ຂອບເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ. ໃນ​ນັ້ນ, 2 ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ພິ​ເສດ​ແມ່ນ​ໃນ​ປີ 2015, ເມື່ອ 2 ຝ່າຍ​ສ​ົມ​ທົບ​ກັນ​ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ພ້ອມ​ກັນ​ນັ້ນ, 2 ​ປະ​ເທດ​ຄວ​ນ​ຊຸກ​ຍູ້​ຂົງ​ເຂດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ.

        ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ອ​າ​ເມ​ລິ​ກາ ແລະ ຫວຽດ​ນາມ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Theodore Osius ຢັ້​ງ​ຢືນ​ວ່າ: ໃນ​ອະ​ຍຸ​ການ​ຂອງ​ຕົນ, ທ່ານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ນຳ​ການ​ພົວ​ພັນ​ນີ້​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ກ້​ວາງ​ຂ​ວາງ. ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Theodore Osius ໃຫ້​ຮູ້​ວ່າ: ຄວາມ​ຫວັງ​ຂອງ ອາ​ເມ​ລິ​ກາ ແມ່ນ​ກາຍ​ເປັນ​ນັກ​ລົງ​ທຶນ​ອັນ​ດັບ​ໜຶ່ງ​ ແລະ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ. ກ່ຽວ​ກັບ​ບັນ​ຫາ​ອື່ນໆ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Theodore Osius ຢັ້ງ​ຢືນ​ວ່າ: ທ່ານ​ຮັບ​ຮູ້​ໄດ້​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງ​ຂອງ ຫວຽດ​ນາມ ໃນ​ບັນ​ຫາ​ຮັບ​ປະ​ກັນ​ສິດ​ພົ​ນ​ລະ​ເມືອງ, ສິດ​ທິ​ມະ​ນຸດ ແລະ ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ວິ​ວັດ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ ຢ່າງ​ແຮງ.

 


ຂ່າວ/ບົດ​ອື່ນ