ນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບນາຍົກລັດຖະມົນຕີໄທ

ນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບນາຍົກລັດຖະມົນຕີໄທ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງພົບ​ປະ​ກັບ
​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ປ​ຣາ​ຢຸດ ຈັນ​ໂອ​ຈາ

(vovworld)- ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Califonia ແຕ່​ວັນ​ທີ 15-16/2, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ  ​ປ​ຣາ​ຢຸດ ຈັນ​ໂອ​ຈາ ເພື່ອ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມມ​ື​ຢ່າງ​ແຮງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ເຫັນ​ດີ​ສົມ​ທົບ​ນຳ​ກັນ​ຊີ້​ນຳ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລ​ຍະ 2014-2018 ແລະ ບັນ​ດາ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຮ່ວມ​ຄັ້ງ​ທີ 3 (7/2015) ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ສະ​ເຫນີ ສອງ​ຝ່າຍ ຄວນ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ ແລະ ຂໍ້​ຕົກ​ລົງ​ຮັບ​ສະ​ໝັກ​ຄົນ​ງານ​ທີ່​ຫາ​ກໍ​ລົງ​ນາມ​ເມື່ອ​ເດືອນ 7/2015, ມີ​ບັນ​ດາ​ກົນ​ໄກ​ຫນູນ​ຊ່ວຍ​ເພື່ອ​ຊຸກ​ຍູ້​ບັນ​ຫານີ້. ຄຽງ​ຄູ່​ກັນ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ ຝ່າຍ​ໄທ​ຈົ່ງ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ຫາ​ຊາວ​ປະ​ມົງ, ເຮືອ​ກຳ​ປັ່ນ​ຕາມ​ຈິດ​ໃຈ​ມະ​ນຸດ​ສະ​ທຳ, ມິດ​ຕະ​ພາບ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ເຫັນ​ດີ ຍູ້​ແຮງ​ການ​ພົວ​ພັນາ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ ເສດ​ຖະ​ກິດ ການ​ຄ້າ ການ​ລົງ​ທຶນ ແລະ ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຄື: ກາ​ນ​ຮ່ວມ​ມື​ແຮງ​ງານ, ອາ​ຊີ​ບ​ຫາ​ປາ,ກະ​ສິ​ກຳ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ກໍ​ເຫັນ​ດີ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ, ຄວ​າມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ