ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບບັນດາວິສາຫະກິດທີ່ດີເດັ່ນ

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບບັນດາວິສາຫະກິດທີ່ດີເດັ່ນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ)

(vovworld) - ​ຕອນ​ຄ່ຳ​ວັ​ນ​ທີ 13/12, ຢູ່​ຮ່າ​ໂນ້ຍ, ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢຸງ ໄດ້​ມີ​ການ​ພົບປະ​ກັບ​ບັນ​ດາ​ວິ​ສ​າ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ. ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ກ້າວ​ໄປ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ເຊິ່​ງ​ຈຸດ​ສຸມ​ແມ່ນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນ​ຂອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນ​ຢັນ​ວ່າ: ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ 10 ສະ​ບັບ ແລະ ກະ​ກຽ​ມ​​ລົງ​ນາມ​​ໃນສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ ກັບ​ສະ​ຫະ​ພາບ​ເອີ​ລົບ​ ຢ່າງ​ເປັນ​ທາງ​ການ. ບັນ​ດາ​ສັນ​ຍາ​ດັ່ງ​ກ່າວບໍ່​ພຽງ​ແຕ່​ດຶງ​ດູດ​ການ​ລົງ​ທຶນ​​ຢ່າງ​ແຮງຈາກ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງຍູ້​ແຮງ​ການ​ສົ່ງ​ອອກ, ປະ​ກອບ​ສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ ອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

      “​ພວກ​ເຮົາ​ຕ້ອງ​ເຊື່ອມ​ໂຍງ​ເພື່ອ​ພັດ​ທະ​ນາ, ເພື່ອ​ຫັນ​ເປັນ​​ປະ​ເທດອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ເພື່ອ​ພັດ​ທະ​ນາ​ຢ່າງ​ໄວກວ່າ ແລະ ​ໝັ້ນ​ຄົງ​ກວ່າ, ເພື່ອ​ສ້າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮັ່ງ​ມີ, ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ. ​​ພວກ​ເຮົາ​ຕ້ອງ​ເປີດ​ປະ​ຕູເພື່ອ​ເຊື່ອມ​ໂຍງ, ​ເມື່ອເຊື່ອມ​ໂຍງ​ແລ້ວ​​ແມ່ນຕ້ອງ​ແກ່ງ​ແຍ່ງ. ພື້ນ​ຖານ​ເສດ​ຖະ​ກິດແກ່ງ​ແຍ່ງວິ​ສາ​ຫະ​ກິດ​ຈ​ະ​ເປັນກຳ​ລັງ​ຫຼັກ​ແຫຼ່ງ​ໃນ​ການ​ແກ່ງ​ແຍ່ງ. ລັດ​ຖະ​ບານ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ, ກ່ອນ​ອື່ນ​ໝົດ​ແມ່ນ​ຕະ​ຫຼ​າດ, ທີ່ 2 ແມ່ນ​ປັບ​ປຸງລະ​ບອບ, ກົດ​ລະ​ບຽບ, ປະ​ຕິ​ຮູບ​ລະ​ບຽບ​ການ​ໃຫ້​ສົມ​ບູບ​ແ​ບບ ເພື່ອ​ໃຫ້​ວິ​ສ​າ​ຫະ​ກິດ​ຫຼຸດ​​ຜ່ອນລາຍ​​ນ​ຈ່າຍ, ເວ​ລາ​ເພື່ອ​ຫຼຸດ​ລາ​ຄາ​ສິນ​ຄ້າ ແລະ ເພີ່ມ​ກຳ​ລັງ​ແກ່ງ​ແຍ້ງ.”

      ແລະ​ກ​ໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢຸງ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາວ​ິ​ສາ​ຫະ​ກິດ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ​້າ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ການ​​ທິດກຳ​ນົດ ແລະ ມາດ​ຕະ​ການ​ແກ້​ໄຂ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ.

ຂ່າວ/ບົດ​ອື່ນ