ນາຍົກລັດຖະມົນຕີຫງວຽນເຕີນຢູ້ງພົບປະກັບປະທານສະພາແຫ່ງຊາດປອກຕຸຍການ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງພົບປະກັບປະທານສະພາແຫ່ງຊາດປອກຕຸຍການ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງພົບປະກັບປະທານສະພາແຫ່ງຊາດ
ປອກຕຸຍການ
(ພາບ:
VGP/Nhật Bắc)

(vovworld) – ​ ​​​​ ​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ. ປອກ​ຕຸຍ​ການ ຢ່າງ​ເປັນ​ທາງ​ການ, ວັນ​ທີ 3/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Maria da Assunsao, ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປອກ​ຕຸຍ​ການ. ນະ​ທີ່ນີ້, ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້​ນ​ໜັກ​ວ່າ: ຫວຽດ​ນາມ ແລະ ປອກ​ຕຸຍ​ການ ຕ້ອງການ ແລະ ອາດ​ຈະ​ໜູນ​ຊ່ວຍ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ. ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ.

        ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Maria da Assunsao ຢັ້ງ​ຢືນ​ວ່າ: ສະ​ພາ​ແຫ່ງ​ຊາດ ປອກ​ຕຸຍ​ການ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອີ​ຢູ, ຊຸກ​ຍູ້​ລັດ​ຖະ​ສະ​ພາ​ເອີ​ລົບ ສຳ​ເລັດ​ການ​ອະ​ນຸ​ມັດ​ຜ່ານ​ສັນ​ຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຢູ, ພ້ອມ​ທັງ​ສະ​ໜັບ​ສະ​ໜ​ູນ​​ສິ້ນ​ສຸດ​ການ​ເຈ​ລະ​ຈາເພື່ອ​ເຊັນ​ສັນ​ຍາ​ການ​ຄ້​າ ເສ​ລີ ຫວຽດ​ນາມ - ອີ​ຢູ ໂດຍ​ໄວ ແລະ ເລື່ອງ ອີ​ຢູ ຮັບ​​ຮອງ​ກົດ​ລະ​ບຽບ​ເສດ​ຖະ​ກິດ​ການ​ຕະຫຼາດ​ໃຫ້​ແກ່ ຫວຽດ​ນາມ ​ໃນ​ເວ​ລາ​ສິ້ນ​ສຸ​ດ​ການ​ເຈ​ລະ​ຈາ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປອກ​ຕຸຍ​ການ Paulo Portas ໄດ້ໄຂ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ປອກ​ຕຸຍ​ການ. ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ປອກ​ຕຸຍ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຊີ້​ແຈ້ງວ່າ:

        “ຂ້າ​ພະ​ເຈົ້າ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປອກ​ຕຸຍ​ການສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສູງ​ໂດຍ​ຖື​ວ່າ: 40 ປີ​ຜ່ານ​ມາ, ການ​ຮ່ວມ​ມື​ຂອງ 2 ປະ​ເທດ​ບັນ​ລຸ​ໄດ້​ໝາກ​ຜົນ​ຕັ້ງ​ໜ້າຫຼາຍ​ຢ່າງ. 2 ຝ່າຍ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ອາ​ດ​ສາ​ມາ​ດ​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ພ້ອມ​ກັ​ນ​ພັດ​ທະ​ນາ. 2ຝ່າຍ​ລ້ວນ​ແຕ່​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ການ​ພົວ​ພັນ​ອັນ​ດີ​ງາມ​ທີ່ມ​ີ​ຢູ່​ແລ​້ວ ແລະ ດ້ວຍ​ກອບ​ກົດ​ໝາຍ​​ທີ່​ມີ​ຢູ່​ແລ້ວ ແລະ ຫາກໍ່​ລົງ​ນາມນັ້ນ, ຫວຽດ​ນາມ ແລະ ປອກ​ຕຸຍ​ການ ອາດ​ຈະ​​ບັນ​ລຸວົງ​ເງິນ​ການ​ຄ້າ 2 ສົ້ນ​ແຕ່ລະ​ດັບ​ກ່​ວາ 350 ລ້ານ USD ໃນ​​ປີ 2014  ຂຶ້ນ​ເຖິງ 1 ຕື້ USD ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້​ງ​ຢືນ​ລັດ​ຖະ​ບານ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ປອກ​ຕຸຍ​ການ ດຳ​ເນີນ​ການ​ລົງ​ທຶນ​ສຳ​ເລັດ​ຜົນ, ໝັ້ນ​ຄົງ, ຍາວ​ນານ​ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ