ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານສະພາແຫ່ງຊາດຮຸງກາຣີ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານສະພາແຫ່ງຊາດຮຸງກາຣີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ພົບ​ປະ
​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszla
(ພາບ: ອິນເຕີແນັດ)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 9/11. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽ​ມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ເວົ້າ​ລວມ ​ແລະ ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ຮຸງ​ກາຣີ ພວມ​ພັດທະນາ​ຢ່າງຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ, ​ແຕ່​ວ່າຄວາມ​ສາມາ​​ດບົ່ມ​ຊ້ອນ​​ໃນ​ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫລວງຢູ່. ຫວຽດນາມ ປາດ​ຖະໜາ​ຢາກ​ພ້ອມ​ກັບ ຮຸງ​ກາຣີ ນຳ​ການ​ພົວພັນ 2 ປະ​ເທດ​​ໃຫ້ສືບ​ຕໍ່​ພັດທະນາ​​ໃນ​ທຸກ​ຂົງ​ເຂດຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລຢີ ​ແລະ ການທ່ອງທ່ຽວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ສະ​ເໜີ ຮຸງ​ກາຣີ ສະໜອງ​ທຶນ​ສຶກສາ ​ເພື່ອ​ນັບ​ມື້​ນັບ​ມີ​ນັກຮຽນ, ນັກ​ສຶກສາ ຫວຽດນາມ ຫລາຍ​ຄົນ​ມາຮ່ຳຮຽນ​ຢູ່ ຮຸງ​ກາຣີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກໍ​ສະ​ເໜີ ຮຸງ​ກາຣີ ຮັບຮອງ​ ຫວຽດນາມ ​​ເປັນພື້ນຖານ​ເສດຖະກິດ​ການ​ຕະຫລາດຢ່າງຄົບ​ຖ້ວນ​ໂດຍ​ໄວ ​ແລະ ສະໜັບສະໜູນ​ເລື່ອງ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ ​ເອີຣົບ (EU). ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Kover Laszlo ກໍ່ຢືນຢັນ: ຖື ຫວຽດນາມ ​ເປັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ຮຸງ​ກາຣີ. ຮຸງ​ກາຣີ ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ກະສິກຳ; ພ້ອມ​ທັງ ສະໜັບສະໜູນ ຫວຽດນາມ ​ໃນ​ການ​ພັດທະນາ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ສະຫະພາບ ​ເອີຣົບ.

ຂ່າວ/ບົດ​ອື່ນ