ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານາທິບໍດີບັງກຼາເທດ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານາທິບໍດີບັງກຼາເທດ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ແລະ
ທ່ານ​ປະທານາ​ທິບໍດີ ບັງ​ກຼາ​ເທດ Abdul Hamid
(ພາບ: NhatBac)

(vovworld) - ​ ຕອນ​ບ່າ​ຍວັນ​ທີ 10/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພົບ​ປະ​ເຈລະຈາ​ກັບທ່ານ​ປະທານາ​ທິບໍດີ ບັງ​ກຼາ​ເທດ Abdul Hamid ພວມ​ຢ້ຽມຢາມທາງ​ລັດຖະກິດ​ເຖິງ​ ຫວຽດນາມ. ທີ່​ການ​ພົບ​ປະ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ພ້ອມ​ກັບ​ລັດຖະບານ ບັງ​ກຼາ​ເທດ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ​ເພື່ອ​ຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ຊຶ່ງ 2 ຝ່າຍ​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ປະທານາ​ທິບໍດີ Abdul Hamid ກໍ​ແລກປ່ຽນ​ບັນດາ​​ທິດທາງ​ໃຫຍ່ ​ແລະ ມາດ​ຕະການ​ລະອຽດ ​ເພື່ອ​​ຍູ້​​ແຮງການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ​, ພິ​ເສດ​ແມ່ນ ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ. 2 ຝ່າ​ຍເ​ຫັນ​ດີ​ເປັນ​ເອກະ​ພາບ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ແຕ່​ 800 ລ້ານ USD ​ປີ 2014 ຂຶ້ນ 1 ຕື້ USD ​ໃນ​ປີ 2016. 2 ຝ່າ​ຍ​ເຫັນ​ດີ​ຜັນ​ຂະຫຍາຍ​ການປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ການ​ປະມົງ ​ແລະ ລ້ຽງສັດ​...ຢ່າງ​ມີ​ປະສິດທິ​ຜົນ.

           ທ່ານ​ປະທານາ​ທິບໍດີ  Abdul Hamid ​ແບ່ງປັນ​ຄວາມ​ວິຕົກ​ກັງ​ວົງ​ຢ່າງ​ເລິກ​ເຊິ່ງຂອງ ຫວຽດນາມ ​ແລະ ອາຊຽນ ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ຫວ່າງ​ແລ້ວ​​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານາ​ທິບໍດີ  Abdul Hamid ຢືນຢັນ​ວ່າ: ຄວາມ​ສຳຄັນ​ຂອງ​ການ​ປົກປັກ​ຮັກສາ​ສັນ​ຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ​ປອດ​ໄພ, ຄວາມເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ແກ້​ໄຂ​ຄວາມຂັດ​ແຍ້​ງກັນບົນ​ທະ​ເລອີງ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍທະ​ເລປີ 1982; ​ເນັ້ນ​ໜັກ​ເຖິງຄວາມຈຳ​ເປັນ​​ຂອງ​ເລື່ອງ​ບັນດາ​ຝ່າຍ​​ກ່ຽວຂ້ອງ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ກ້າວ​ໄປ​ເຖິງ​ການສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)

           ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານາ​ທິບໍດີ  Abdul Hamid ​ໄດ້​ເຊີນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢ້ຽມຢາມ ບັງ​ກຼາ​ເທດ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ເຫັນ​ດີ, ສ່ວນ​ໄລຍະ​ເວລາ​ຢ້ຽມຢາມ​ຈະ​ດຳ​ເນີນໃນ​ໄລຍະ​​ເວລາທີ່​ເໝາະ​ສົມ​ຜ່ານ​ທາງ​ການ​ທູດ.

ຂ່າວ/ບົດ​ອື່ນ