ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານາທິບໍດີສ.ໄອແລນ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານາທິບໍດີສ.ໄອແລນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ພົບ​ປະ​ເຈລະຈາ​ກັບ
​ທ່ານ​ປະທານາທິບໍດີ ສ.​​​ໄອ​ແລນ OlafurRagnarGrimsson
(ພາບ: TTXVN)

(vovworld) – ວັນ​ທີ 4/11, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ສ.​​​ໄອ​ແລນ Olafur Ragnar Grimsson ທີ່ພວມ​ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ​ໄອ​ແລນ ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ປາດ​ຖະໜາ​ວ່າ: 2 ຝ່າຍ​ຮັກສາ​ການ​ແລກປ່ຽນ​ຄະນະຜູ້​ແທນ​ທຸກ​ຂັ້ນ, ​ເປັນ​ພື້ນຖານ​​ໃຫ້​ແກ່​ການເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ພ້ອມ​ທັງ ສືບ​ຕໍ່​ສົມທົບ​ກັນ​ຫລັກ​ໝັ້ນ, ສະ​ໜັນ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ; ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ສະ​ເໜີ ​ໄອ​ແລນ ສະໜັບສະໜູນ, ຊຸກຍູ້​ການ​ເຈລະຈາ ​ແລະ ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​​ໃນສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ກັບ​ກຸ່ມ​ການ​ຄ້າ​ເສລີ ​ເອີ​ຣົບ​ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກໍ​ປາດ​ຖະໜາ​ຢາກ ​ໄອ​ແລນ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ພວມ​ກຳ​ລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ​ໄອ​ແລນ.

        ສ່ວນ​ທ່ານ​ປະທານາທິບໍດີ Olafur Ragnar Grimsson ຢືນຢັນ​ວ່າ: ​ໄອ​ແລນ ​ຖື​ເປັນ​ສຳຄັນພິ​ເສດ​​ເຖິງການ​ພັດທະນາສາຍ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ. ​ໄອ​ແລນ ກໍ່ພ້ອມ​ແລ້ວ​ທີ່​ຈະຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ການສົ່ງ​ເສີມ​ສຸຂະພາບ​ປະຊາຊົນ, ຮ່ວມ​ສຳພັນ​ໃນ​ການ​ບຳລຸງ​ສ້າງ​ລະຫວ່ງບັນດາ​ມະຫາວິທະຍາ​ໄລ.

 


ຂ່າວ/ບົດ​ອື່ນ