ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະເຈລະຈາກັບເລຂາທິການໃຫຍ່,ປະທານປະເທດຈີນ

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະເຈລະຈາກັບເລຂາທິການໃຫຍ່,ປະທານປະເທດຈີນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
ແລະ ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ
(ພາບປະກອບ)


(vovworld) – ຕອນ​ບ່າຍ​ວັນ​ທີ 05/11, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ 2 ຝ່າຍ​ຮັກສາ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ​່ງກັນ​ແລະ​ກັນ, ຊຸກ​ຍູ້​ບັນດາກົນ​ໄກ​ພົບ​ປະ​ແລກປ່ຽນ, ຮ່ວມ​ມືລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​​ຖິ່ນ​ຕ່າງໆ; ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

      ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ຝ່າຍ​ຈີນ ສ້າງ​ຄວາມ​ສະ​ດວກ​ໃຫ້​ສິນຄ​້າຫວຽດນາມ ນ​ຳ​ເຂົ້າ​ຕະຫຼາດຈີນ ​ໃຫ້​ຫຼາຍ​ກວ່າ​ອີກ, ສ້າງ​​ເງື່ອນ​ໄຂ​ສະດວກ​ເພ່ືອ​ໃຫ້​ຫວຽດນາມ ສືບ​ຕໍ່​ເປີດ​ບັນດາ​ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ປະຈຳ​ຈີນ. ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ, ມະນຸດ, ພາຫະນະ​ຄົມ​ມະ​ນາ​ຄົມ​ໄປມາ​ຜ່ານ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດຢ່າງ​ສະດວກ; ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ​ເພື່ອ​ສະກັດ​ກັ້ນ​ການ​ຄ້າ​ເຖື່ອນ, ສິນ​ຄ້າປອມ, ສິນຄ້າ​ມີ​ຄຸນ​ນະພາ​ບຕໍ່າ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ຂອງ​ກັນ.

      ກ່ຽວ​ກັບ​ບັນຫາ​ທະ​ເລ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຕ້ອງປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຢ່າງ​ເຂັ້ມ​ງວດ; ​ໂດຍ​ສະ​ເພາະ​ແມ່ນ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ - ຈີນ” ດ້ວຍ​ບັນດາ​ການ​ກະທຳ​ຕົວ​ຈິງ, ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ນຳ​ໃຊ້​ກົນ​ໄກ​ເຈລະຈາ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​​ເຂດ​ຊາຍ​ແດນຜືນ​ແຜ່ນ​ດິນຫວຽດນາມ - ຈີນ, ຢືດໝັ້ນ​ຜ່ານ​ການ​ເຈລະຈາມິດ​ຕິ​ພາບ. ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວບ​ຄຸ​ມຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​​ເລ; ​ແລກປ່ຽນ, ຄົ້ນຄວ້າ​ບັນຫາ​ປອດ​ການ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງຈິງ​ໃຈ ​ແລະ ກົງ​ໄປ​ກົ​ງມາ; ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ບິນຢູ່​ທະ​ເລ​ຕາ​ເວັນ​ອອກ; ຮັບປະກັນ​ຄວາມ​ປອດ​ໄພໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຫາ​ປາທາງ​ທະ​ເລ​ຂອງ​ຊາວ​ປະມົງ; ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປະຕິບັດ​ຢ່າງ​ຄົບ​ຖ້ວນ, ມີ​ປະສິດທິ​ຜົນ, ຊຸກ​ຍູ້​ການ​ເຈລະຈາ​ແທດ​ຈິງ​ເພື່ອ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

      ​ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ​ໄດ້​ຍົກ​ອອກ 4 ທິດ​ທາງ​ຮ່ວມ​ມື​ໃຫຍ່​ລະຫວ່າງ​ຈີນ - ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​. ​ໃນນັ້ນ​ກ່ຽວ​ກັບ​ດ້ານການ​ເມືອງ. 2 ຝ່າ​ນຕ້ອງ​ເພີ​່ມທະວີ​ການ​ພົບ​ປະ​ຂັ້ນ​ສູງ, ​ແລກປ່ຽນ​ຍຸດ​ທະ​ສາດ. ກ່ຽວ​ກັບ​​ດ້ານ​ເສດຖະກິດ, 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທ​ດຈິງ, ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດທະນາ.. ກ່ຽວ​ກັບບັນດາ​ທະ​ເລ​, 2 ຝ່າຍ​ຕ້ອງ​ຄວບ​ຄຸມ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃຫ້​ເປັນ​ຢ່າງ​ດີ; ຜ່ານ​ກາ​ນ​ເຈລະຈາ​ເພື່ອ​ຮັກສາສະຖຽນ​ລະ​ພາບ​ບົນ​ທະ​ເລ. ກ່ຽວ​ກັບບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ທ່ານ​​​ເລ​ຂາ​ທິການ​ໃຫຍ່, ປະ​ເທດ​ປະ​ເທດ​ຈີນ ສື່​ຈິນຜິ​ງ ຢືນຢັນ​ຈີນ ສະ​ໜັບສະ​ໜູນ​ຫວຽດນາມ ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​​ໃຫຍ່​ກວ່າ​ໃນ​ບັນດາ​ວິວັດ​ທະນາການ​ພາກ​ພື້ນ ​ແລະ ສາກົນ. ສະ​ເໜີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ຂ່າວ/ບົດ​ອື່ນ