ນາຍົກລັດຖະມົນຕີຫງວຽນເຕີນຢູງຢືນຢັນ:ຫວຽດນາມເປັນເຈົ້າການຕັ້ງຫນ້າປະຕິບັດວິໄສທັດປະຊາຄົມອາຊຽນໃນປີ2025

ນາຍົກລັດຖະມົນຕີຫງວຽນເຕີນຢູງຢືນຢັນ:ຫວຽດນາມເປັນເຈົ້າການຕັ້ງຫນ້າປະຕິບັດວິໄສທັດປະຊາຄົມອາຊຽນໃນປີ2025 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ
ພາບ:internet

(vovworld)- ​ຕອນ​ບ່າຍ​ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ ຄັ້ງ​ທີ 13, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ + 3 ຄັ້ງ​ທີ 14 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ, ເຈົ້າ​ຫນ້າ​ທີ່​ຂອງ​ຂະ​ແຫນງ​ສິ່ງ​ແວດ​ລ້ອມບ​ັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ ແລະ ເລ​ຂາ​ທິ​ການ​ໃຫຍ່ ອ​າ​ຊຽນ ເລ​ເລືອງ​ມີງ.

ກ່າວ​ຄຳ​​ປາ​ໄສໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ປະ​ຕິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ປີ 2025, ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ຕົນ​ໃຫ້​ແກ່​ການ​ຮ່ວມ​ມື​ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຍາມ​ໃດ​ກ​ໍ​ຖື​ເປັນ​ສຳ​ຄັນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັກ​ສາ​ຊີ​ວະ​ນາໆ​ພັນ, ນຳ​ໃຊ້ ແລະ ຄຸ້ມ​ຄອງ​ບັນ​ດາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ດ້ວຍ​ຫລາຍ​ໝາກ​ຜົນ​ຕັ້ງ​ຫນ້າ. ອາ​ຊຽນ ກໍ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ຍູ້​ແຮງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ປະ​ຈຸ​ບັນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ແລະ ແຫລ່ງ​ນ້ຳ.. ໄດ້​ກາຍ​ເປັນ​ບັນ​ຫາ​ໃຫຍ່​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ, ບໍ່​ມີ​ປະ​ເທດ​ໃດ​ຫລ​ື​ປະ​ເທດ​ມະ​ຫາ​ອຳ​ນາດ​ໃດ​ມີ​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ແກ້​ໄຂດ້ວຍ​ຕົນ​ເອງ​ໄດ້ ຫາກ​ຕ້ອງ​ມີ​ການ​ຮ່ວມ​ມື​ຂອງ​ທັງ​ປະ​ຊາ​ຄົມ​ໂລກ. ຫນ້າ​ທີ່​ຫຍຸ້ງ​ຍາກ, ຫນັກ​ຫນ່ວງ​ສຳ​ລັບ​ແຕ່​ລະ​ປະ​ເທດ​ພວ​ກ​ເຮົາ ນັ້ນ​ແມ່ນ​ຕ້ອງ​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຖື​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ທັງ​ແມ່ນ​ຄາດ​ໝາຍ ທັງ​ແມ່ນ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”

 

 

 

 

ຂ່າວ/ບົດ​ອື່ນ