ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢ້ຽມຢາມລາຊະອານາຈັກແບນຊິກ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢ້ຽມຢາມລາຊະອານາຈັກແບນຊິກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽ​ເຕີ໋ນຢຸງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​
ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາຈັກ ​ແບນ​ຊິກ
(ພາບ: VGP/NhatBac)

(vovworld) – ​ ​ ​ ຕອນ​ເຊົ້າ​ວັມທີ 02/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ໄປຮອດ​ນະຄອນຫລວງ Brussels, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາຈັກ ​ແບນ​ຊິກ ​ແລະ ສະຫະພາບ ​ເອີ​ລົບ. ພາຍຫລັງ​ໄປຮອດ Brussels, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ ຫວຽດນາມ ​ແລະ ​ໂອ້​ລົ​ມກັບ​ພະນັກງານ, ພາລະ​ກອນ​ບັນດາ​ສຳນັກງານ​ຕາງ​ໜ້າ ຫວຽດນາມ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່ ​ແບນ​ຊິກ. ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ​ຖື​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຕ່າງປະ​ເທດ​ແມ່ນ​ພາກສ່ວນ 1 ທີ່​ສຳຄັນ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດນາມ ​ໄດ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີ໋ນຢຸງ ມີ​ຄວາມ​ຫວັງ​​ຢາກ​ໃຫ້​ພໍ່​ແມ່​ປະຊາຊົນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ດຳລົງ​ຊີວິດ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ບັນດາ​ພະນັກງານ​ອົງການສຳນັກງານ​ຕາງໜ້າ ຫວຽດນາມ ປະຈຳ ​ແບນ​ຊິກ ​ແລ​ະ ອີ​ຢູ ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັບຜິດຊອບ, ສົມທົບ​ກັນ​ໃນ​ຂອບ​ເຂດ 2 ຝ່າຍ ​ແລະ ຫລາຍ​ຝ່າຍ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ, ຄວາມ​ສະໜັບສະໜູນ, ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ຫວຽດນາມ ​ແລະ ​ແບນ​ຊິກ​ ຍິງກ່ວາ​ອີກ ກໍ​ຄື​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ພ້ອມ​ກັນ​ນັ້ນ ກໍ່ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ ​ແລະ ​ປະຕິບັດ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ພາຍຫລັງ​ລາຍການ​ຂ່າວ VOV ມີ​ບົດ​ຂຽນ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາຈັກ ​ແບນ​ຊິກ ​ແລະ ສະ​ຫະພາບ ​ເອີ​ລົບ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

 

ຂ່າວ/ບົດ​ອື່ນ