ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງຢ້ຽມຢາມໄທຢ່າງເປັນທາງການ

ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງຢ້ຽມຢາມໄທຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸ້ງ ​ແລະ ພັນ​ລະ​ຍາ
(ພາບ:Chinhphu.vn)

 (vovworld) - ​ ​ ​​ໂດຍ​ປະຕິບັດຂໍ້​ຕົກລົງ​ລະຫວ່າງ 2 ລັດຖະບານ​ຫວຽດນາມ-​ໄທ ​ແລະ ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ, ຕອນ​ເຊົ້າ​ວັນ​ທີ 23/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ແລະ ພັນ​ລະ​ຍາພ້ອມ​ກັບຄະນະ​ຜູ້​ແທນ​ຫວຽດນາມ ​​ໄດ້ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄະນະ​ລັດຖະບານ​ລວມຫວຽດນາມ-​ໄທ ຄັ້ງ​ທີ 3.

          ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະ ມົນຕີ​ຫວຽ​ດນາມ ຫງວຽນ​ເຕິ​ນຢຸ້ງ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ໄທ​ ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ​ແລ​ະ ອະນຸ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ