ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ສຸ້ຊົນບັນລຸຄາດໝາຍ,ຈຸດໝາຍ,ໜ້າທີ່ປີ2016

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ສຸ້ຊົນບັນລຸຄາດໝາຍ,ຈຸດໝາຍ,ໜ້າທີ່ປີ2016 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ
(ພາບປະກອບ)

(vovworld) – ວັນ​ທີ 29/1, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເປັນ​ປະ​ທານ​ກອງ​ປະຊຸມສະ​ໄໝ​ສາມັນ​ປະຈຳ​ເດືອນ 1 ຂອງ​ລັດຖະບານ. ທີ່​ກອງ​ປະຊຸມ, ບັນດາ​ສະມາ​ຊິກລັດຖະບານ​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ເດືອນ 1/2016 ​ແລະ ສະພາບ​ການ​ຜັນ​ຂະຫຍາຍການ​ປະຕິບັດ​ມະຕິ​ເລກທີ 01 ຂອງ​ລັດຖະບານ​ກ່ຽວ​ກັບ​ໜ້າ​ທີ່, ມາດ​ຕະການ​ຕົ້ນຕໍ​ຊີ້​ນຳ, ບໍລິຫານ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2016. ກ່າວ​ຄຳ​ເຫັນ​ໜ້າ​ທີ່​ນີ້, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້​ບັນດາ​ລັດຖະມົນຕີ, ຫົວໜ້າ​ຂະ​ແໜງ​ການ​ຕ່າງໆສືບ​ຕໍ່​ຕິດຕາມ​ກວດກາ​ການ​​ຜັນ​​ແປ​ຂອງ​ສະພາບ​ເສດຖະກິດ​ໂລກ ​ແລະ ​ພາຍ​ໃນ​ປະ​ເທດ​​ເພື່ອ​ຮັບ​ມື​ ​ແລະ ມີບັນດາ​ມາດ​ຕະການ​ແກ້​ໄຂ​ທັນ​ການ​ຕາມ​ຈິດ​ໃຈ​ສຸ້ຊົນ​ບັນ​ລຸ​​ບັນດາ​ຄາດໝາຍ, ຈຸດໝາຍ, ໜ້າ​ທີ່​ໄດ້​ວາງ​ອອກ​​ໃນ​ປີ 2016 ດ້ວຍໝາກຜົນ​ສູງ​ສຸດ, ສືບ​ຕໍ່​ກະຕຸກ​ຊຸກ​ຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ໄດ້​ວາງ​ອອກ​ຢ່າງ​ຄົບ​ຊຸດ, ຮອບດ້ານ​​ແຕ່​ມີ​ຈຸດ​ສຸມ. ນາຍົກລັດຖະມົນຕີ​ຍັງ​ຕັກ​ເຕືອນ​ການ​ຮັບປະກັນ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ລາຄາ, ຮັກສາ​ລະ​ດັບ​ມູນ​ຄ່າ​ນຳ​ເຂົ້າ​ເກີນ​ດຸນ​ຕາມ​ແຜນການ ​ແລະ ຮັບປະກັນ​ຄວາມ​ດຸ່ນດຽງ​ລາຍ​ຮັບ ລາຍ​ຈ່າຍ​ງົບປະມານ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ ພິ​ເສດ​ແມ່ນ​ບັນດາ​ກະຊວງ ຕ້ອງ​ຮີບ​ເຮັ່ງ​ກະ​ກຽມ​ບັນດາ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​​ເຊື່​ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຕອບ​ສະໜອງ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກ​ົນ ​ແລະ ໝູນ​ໃຊ້​ບັນດາ​ກາລະ​ໂອກາດ​ເຊິ່ງສັນ​ຍາ​ການ​ຄ້າ​ເສລີ​ລຸ່ນ​ໃໝ່​ນຳ​ມາ​ໃຫ​້.

                                                                    

 


ຂ່າວ/ບົດ​ອື່ນ