ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງສິ້ນສຸດການຢ້ຽມຢາມມາເລເຊຍແລະສິງກະໂປອັນດີງາມ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງສິ້ນສຸດການຢ້ຽມຢາມມາເລເຊຍແລະສິງກະໂປອັນດີງາມ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ
ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Rajak

(vovworld) - ​ຕອນຄ່ຳ​ວັນ​ທີ 9/8, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້ມາ​ຮອດ ຮ່າ​​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີແຫ່ງວັນປະກາດ​ເອກະລາດຂອງ ສິງກະ​ໂປ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Rajak ​ແລະ ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ. ການ​ຢ້ຽມຢາມ ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ ດ້ວຍ​ເລື່ອງ 2 ປະ​ເທດ​ຕັດສິນ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກໍ​ຄື​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງວັນປະກາດ​ເອກະລາດ​ຂອງ ສິງກະ​ໂປ ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ​ໄດ້​ສ້າງ​ກຳລັງ​ໜູນໃໝ່ ກໍ​ຄື​ສ້າງ​ບັນດາ​ກາລະ​ໂອກາດ ​ແລະ ​ແງ່​ຫວັງ​​ຮ່ວມ​ມື​ໃໝ່​ລະຫວ່າງ ຫວຽດນາມ ​ແລະ 2 ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້.

    ກ່ອນ​ທີ່​​ເດີນທາງອອກ​ຈາກ ສິງກະ​ໂປ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​​ໄດ້ເຂົ້າ​ຮ່ວມ​ພິທີສວນສະໜາມ, ສະ​ແດງ​ກຳລັງສະ​ເຫຼີ​ມສະຫຼອງ 50 ປີ​​ແຫ່ງວັນປະກາດ​ເອກະລາດສິງກະ​ໂປ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​​ແຫ່ງວັນປະກາດ​ເອກະລາດສິງ​ກະ​ໂປ ມີ​ການ​ນຳ 18 ປະ​ເທດເປັນ​ສະມາຊິກ​​ເຂົ້າ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ (EAS) ​ແລະ ​ເຈົ້າ​ຊາຍ ອັງກິດ Andrew ພ້ອມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ການ​ເຂົ້າ​ຮ່ວມ​​ເຫດການ​ດັ່ງກ່າວ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ກັບ​ບັນດາ​ການ​ນຳ ສິງກະ​ໂປ, ປັງ​ປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີປະສິດທິ​ຜົນ.

           ກ່ອນ​ທີ່​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​​ແຫ່ງວັນປະກາດ​ເອກະລາດສິງ​ກະ​ໂປ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້ມີ​ການ​ພົບ​ປະ ​ແລະ ​ແລກປ່ຽນກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫຼີຊຽນຫຼົງ. ນາຍົກລັດຖະມົນຕີ ທັງ 2 ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ທີ່​ດີງາມ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ 2 ປະ​ເທດ. ​ໃນ​ນັ້ນ​ມີ​ເຂດ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ.


ຂ່າວ/ບົດ​ອື່ນ