ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງສີ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາຢ່າງດີງາມ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງສີ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາຢ່າງດີງາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ແລະ
ທ່ານປະທານາທິບໍດີ Barck Obama
(ພາບ: VGP)

(vovworld) - ​ ​ ຕອນ​ຄ່ຳ​ວັນ​ທີ 17/02, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມກັບເມືອຮອດ​ສະໜາ​ມບິນ​ສາກົນ ​ໂນ້ຍບາຍ, ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ​ເຊິ່ງດຳ​ເນີນ​ເປັນ​ເວລາ 2 ວັນ​ຫວ່າງ​ແລ້​ວນີ້ ​ຢູ່​ລັດ California, ອາ​ເມ​ລິ​ກາ ຢ່າງ​ຈົບງາມ.

        ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ໃໝ່​ ດ້ວຍ​ມາດ​ຕະການ​ລະອຽດ​ຫລາຍ​ຢ່າງ ​ເພື່​ອ​​ແນ​ໃສ່​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ​ເຂົ້າ​ສູ່​ຄວາມຈິງ ​ແລະ ມີ​ປະສິດທິ​ຜົນ ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ, ພິ​ເສດ ​ແມ່ນ​ດ້ານ​ເສດຖະກິດ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ທັງ 2 ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງສ້າງ​ຄວາມປະ​ທັບ​ໃຈ​ຂອງ ຫວຽດນາມ ​ເຊິ່ງ​ເປັນ​ສະມາ​ຊິກຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ດ້ວຍ​ຄວາມວັດທະນາ​ຖາວອນ​ຂອງ​ປະຊາ​ຄົມ ອາ​ຊຽນ ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ