ນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມຂອງກະຊວງກໍ່ສ້າງ

ວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ກະຊວງ​ກໍ່ສ້າງ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ແຜນການ​ປີ 2012 ຂະ​ແໜງ​ກໍ່ສ້າງ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນເຕີນ​ຢູງ​ໄດ້​ຍ້ອງຍໍ​ຊົມ​ເຊີຍ ​ແລະ​ຕີ​ລາຄາ​ສູງ​ບັນດາ​ຜົນ​ງານ​ຮອບດ້ານ​ພໍ​ສົມຄວນ ຊື່​ງຂະ​ແໜງ​ກໍ່ສ້າງ​ບັນລຸ​ໄດ້​ໃນ​ປີ 2011, ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ, ການ​ຄຸ້ມ​ຄອງ, ວາງ​ແຜນ​ກຳນົດ​ກໍ່ສ້າງ​ຕົວ​ເມືອງ, ການຮ່ວມ​ມື​ກັບ​ສາກົນ ​ແລະ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນເຕີນ​ຢູງ​​ໄດ້​ຍົກ​ອອກ 6 ໜ້າ​ທີ່​ຊື່​ງຂະ​ແໜງ​ກໍ່ສ້າງ​ຕ້ອງ​ປະຕິບັດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ໃນ​ນັ້ນໜ້າ​ທີ່​ກໍ່ສ້າງ, ຄຸ້ມ​ຄອງ​ການວາງ​ແຜນ​ກຳນົດ​ຕົວ​ເມືອງ​ຕ້ອງ​ແມ່ນ​ໜ້າ​ທີ່​ອັນ​ດັບ 1:   “ຂ້າພະ​ເຈົ້າ​ເນັ້ນໜັກ​ວ່າ ຂະ​ແໜງ​ກໍ່ສ້າງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ກໍ່ສ້າງ, ຄຸ້ມ​ຄອງ​ການວາງ​ແຜນ​ກຳນົດ​ຕົວ​ເມືອງ. ຢາກ​ຫັນ​ເປັນ​ອຸດສາຫະກຳ, ຫັນ​ເປັນ​ຕົວ​ເມືອງຕາມ​ທິດ​ສີວິ​ໄລ, ທັນ​ສະ​ໄໝ, ທຳ​ອິດ​ແມ່ນ​ຕ້ອງ​ວາງ​ແຜນ​ກຳນົດ ຊື່​ງ​ແມ່ນ​ຂອດ​ຕັດສິນ​ໃນ​ການ​ພັດທະນາ​ຂະ​ແໜງ​ກໍ່ສ້າງ. ກ່ອນ​ອື່ນ​ໝົດ​ຕ້ອງ​ກວດຄືນ​ລະບອບ, ກົດໝາຍ, ກ່ຽວ​ກັບ​ການວາງ​ແຜນ​ພັດທະນາ​ຕົວ​ເມືອງ”.

   ທ່ານ​ນາຍົກລັດຖະມົນຕີ​ໃສ່​ໃຈ​ເປັນ​ພິ​ເສດ ​ເຖິງ​ໜ້າ​ທີ່​ຍົກ​ສູງ​ຄຸນະພາບ, ປະສິດ ທິ​ຜົນ ​ແລະ​ຄວາມ​ປອດ​ໄພ​ຂອງ​ບັນດາ​ກິດຈະກຳ​ກໍ່ສ້າງ, ຖື​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ​ແມ່ນ​ໜ້າ​ທີ່​ການ​ເມືອງ, ຍົກ​ອອກ​ບັນດາ​ຄາດໝາຍ​ສູ້​ຊົນ​ປະຕິບັດ​ໃນ​ແຕ່ລະ​ປີ ​ແລະ​ເປີດ​ກ້ວາງ​ບັນດາ​ຮູບ​ແບບ​ທົດ​ລອງ​ທີ່​ດີ.
ຂ່າວ/ບົດ​ອື່ນ