ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມສຸດຍອດGMS-5ຢູ່ໄທ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມສຸດຍອດGMS-5ຢູ່ໄທ - ảnh 1
ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ
(ພາບ:chinhphu.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 20/12, ຢູ່​ນະ​ຄອນຫຼວງ ບາງກອກ, ປະ​ເທດ​ໄທ, ໄດ​້​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ຮ່ວມ​ມື​ເຂດອ​ະ​ນຸ​ພາກ​ພື້ນແມ່ນ້ຳຂອງເປີດ​ກ້​ວາງ​ຄັ້ງ​ທີ 5 (GMS 5) ດ້ວຍ​ຫົວ​ຂໍ້ “ບັນ​ລຸ​​ການ​ພັດ​ທະ​ນາ​ຮອບ​ດ້ານ ແລະ ໝັ້​ນ​ຄົງ​​ໃນ​ເຂດ​ອະ​ນຸ​ພາກ​ພື້ນ”. ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ໄທ, ຈີນ, ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ ແລະ ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ພ້ອມ​ກັນ​ເຂົ້າ​ຮ່ວມ​ເຫດ​ການນີ້.

        ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດ​ກ້​ວາງ (GMS) ສຸມ​ໃສ່​ຕີ​ລາ​ຄາ​ບັນ​ດາ​ໝາ​ກ​ຜົ​ນ​ທີ່​ບັນ​ລ​ຸ​ໄດ້​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ, ພ້ອມ​ທັງ​ປຶກ​ສາ​ຫາ​ລື​ບັນ​ດາ​ຄຳ​ເຫັນ​ເພື່ອເຮັດ​ໃຫ້​ວິ​ໄສ​ທັດ​ຂອງ GMS ປະ​ກົດ​ຜົນ​ເປັນ​ຈິງ​ໃນ​ອະ​ນາ​ຄົດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ, ສະ​ໜິດ​ຕິ​ກ​ພັນ ແລະ ກົມ​ກຽວ​ຈະ​ບັນ​ລຸ​ໄດ້​ຖ້າ​ຫາກ​ຍຸດ​ທະ​ສາດ “ເຊື່ອມ​ຕໍ່ - ແກ່ງ​ແຍ້ງ - ປະ​ຊາ​ຄົມ” ​ຖືກ​ນຳ​ເຂົ້າ​ຈຸດ​ໝາຍ​ສັງ​ລວມ “ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຮອບ​ດ້ານ” ຂອງ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: GMS ຕ້ອງ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດຽງ​ລະ​ຫວ່າງ 3 ປັດ​ໄຈ ເສດ​ຖະ​ກິດ - ມະ​ນຸດ - ສິ່ງ​ແວດ​ລ້ອມ​ໃນ​ການ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ​ແທດ​ຈິງ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຊີ້​ແຈ້ງວ່າ:

        “ໃນ​ໄລ​ຍະ​ຈະ​ມາ​ເຖິງ, GMS ຄວນ: ທີ່​ໜຶ່ງ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ແລະ ພັດ​ທະ​ນາ​ມະ​ນ​ຸດ​ເພື່ອ​ສົມ​ກັບ​ການ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຂົ​ງ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ. ທີ່​ສອງ​ແມ່ນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຫັນ​ປ່ຽນ​ຕາມ​ຮູບ​ແບບ​ການ​ເຕີບ​ໂຕ​ຂຽວ. ທີ​ສາມ, ຟື້ນ​ຟູ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ​ເຂດ​ຕົວ​ເມືອງ, ແຫຼ່ງ​ນ້ຳ​ຊົນ​ນະ​ບົດ ແລະ ນ້ຳ​ປະ​ປາ. ພ້ອມ​ກັບ​ຄະ​ນະ​ກຳ​ມະ​ການ​ແມ່​ນຳ​ຂອງ (MRC), ການ​ຮ່ວມ​ມື GMS - ກົນ​ໄກ​ໜຶ່ງ​ດຽວ​​ໃນປະ​ຈຸ​ບັນ​ທີ່ມີ​ການ​ເຂົ້າ​ຮ່ວມ​ຂອງ​ທຸກໆ​ປະ​ເທດ​ແຄມ​ແມ່​ນ້ຳ​ຂອງ, ອາດ​ຈະ​​ມີບົດ​ບາດ​ສຳ​ຄັນ​ໃນ​ການ​ໜ​ູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຄຸ້ມ​ຄອງ ກໍ່​ຄືນຳ​ໃຊ້​ແຫຼ່ງ​ນ້ຳ​ແມ່​ນ້ຳ​ຂອງ​ໃຫ້​ໝັ້ນ​ຄົງ”

        ໃນ​ຂອບ​ເຂດ GMS – 5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ວົງ​ແຄບ​ດ້ວຍ​ທັດ​ສະ​ນະ​ຈະ​ແຈ້ງ, ຖື​ວ່າ​ການ​ພັດ​ທະ​ນາ​ແບບ​ໝັ້ນ​ຄົງ ແລະ ຮອບ​ດ້ານ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ຈຳ​ເປັນ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ບັ​ນດາ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ຄຳ​ເຫັນ​ແທດ​ຈິງ​ໃນ​ທິດ​ທາງ​ຮ່ວມ​ມື​​ທີ່ກົມ​ກ່ຽວ​ກັບ​ທຳ​ມະ​ຊາດ, ​ກັບ​ມະ​ນຸດ ແລະ ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາ​ກ​ພື້ນ

        ກອງ​ປະ​ຊຸມ​ໄດ້​ຮັ​ບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ແລະ ປະ​ກາດ​ບັນ​ດາ​ເອ​ກະ​ສານ​ທີ່​​ກ່ຽວ​ຂ້ອງ, ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດ​ກ້​ວາງ​ຄັ້ງ​ທີ 6 ຢູ່ ຫວຽດ​ນາມ ໃນ​ປີ 2017.

ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ GMS 5, ​ຕອນ​ເຊົ້າ​ວັນ​ທີ 20/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສົມ​ທົບ​ກັນ​ຊີ້​ນຳ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ຂອງ​ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຈາ, ພ້ອມ​ທັງ​ຢັ້ງ​ຢືນ​ຄວາມຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ກາ​ນ​ຄ້າ ແລະ ການ​ລົງ​ທຶນ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ປະ​ກາດ​ວ່າ: ຝ່າຍ​ໄທ ພວມ​ຜັນ​ຂະ​ຫຍາຍ​ການ​ຈົດ​ທະ​ບຽນ​ໃຫ້​ຄົນ​ງານ ຫວຽດ​ນາມ ເຮັດ​ວຽກ​ຢູ່ ໄທ ແລະ ເຫັນ​ດີ​ພິ​ຈາ​ລະ​ນາ​ເລື່ອງ​ຊຸກ​ຍຸ້​ການ​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ແຮງ​ງານ​ລະ​ຫວ່າງ 2 ປະ​ເທດ.

ຕອນ​ບ່າຍ​ວັນ​ທີ 20/12, ກ່ອນ​ທີ່​ເດ​ີນ​ທາງ​ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດ​ກ້​ວາງ (GMS) ຄັ້ງ​ທີ 5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະຫຼອງວິ​ສາ​ຫະ​ກິດ​ຮ່ວມ​ທຸ​ລະ​ກິດ Vietjet - ໄທ, ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ໄທ - ຫວຽດ​ນາມ, ຕ້ອນ​ຮັບ​ການ​ນຳ​ບາງວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ໄທ, ຢ້ຽມ​ຢາມ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ.

        ກ່ອນ​ໜ້ານັ້ນ, ໃນ​ວັນ​ທີ 19/12 ສະ​ຖາ​ນ​ທູດ ຫວຽດ​ນາມ ປະ​ຈຳ​ ໄທ ແລະ ຄະ​ນະ​ກຳ​ມະ​ການ​ລົງ​ທຶນ ໄທ ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດ​ກ້​ວາງ (GMS) ເພື່ອ​ປະ​ຊາ​ຄົມ​ອ​າ​ຊຽນ” ຢູ່​ບາງກອກ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ອາ​ຊຽນ ເລ​ເລືອງ​ມິງ ມີ​ບົດ​ທາບ​ທາມ​ຄວາມ​ເຫັນ​ດ້ວຍ​ຫົວ​ຂໍ້ “ການ​ເຊື່ອມ​ຕໍ່​ພາກ​ພື້ນ ອາ​ຊຽນ - ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້​າ​ທາຍ”, ໃນ​ນັ້ນ​ຢັ້ງ​ຢືນ​ວ່າ: ການ​ເຊື່ອມ​ຕໍ່​ໃນ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປ​ີດ​ກ້​ວາງ ແລະ ພາກ​ພື້ນ ອາ​ຊຽນ ແມ່ນ “ກຸນ​ແຈ” ຮັ​ບ​ປະ​ກັນ​ໃຫ້​ການ​ພັດ​ທະ​ນາ​ຍາວ​ນານ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງ​ຂອງ​ພາກ​ພື້ນ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ພິ​ເສດ​ຮັບ​ປະ​ກັນ​ໃຫ້​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊ​ຽນ ບັນ​ລຸ​ຜົນ​ສຳ​ເລັດ.

                                           


ຂ່າວ/ບົດ​ອື່ນ