ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ2014

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ2014 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ WEF 2013 ຢູ່ມຽນມາ
(ພາບ: baodautu.vn)

(vovworld) – ​​ ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ. ຟີ​ລິບ​ປິນ Benigno S. Aquino 3 ​ແລະ ທ່ານ​ປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Achawab, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ ອາຊີ​ຕາ​ເວັນ​ອອກ 2014 (WEF ອາຊີ​ຕາ​ເວັນ​ອອກ 2014) ​ແລະ ຢ້ຽມຢາມ ຟີ​ລິ​ບປິນ​ແຕ່​ວັນ​ທີ 21 – 22/5/2014.

    ດ້ວຍ​ຫົວ​ຂໍ້ “ຊຸກຍູ້​ການ​ເຕີບ​ໂຕ​ເພື່ອ​ຄວາມ​ກ້າວໜ້າ​ຢ່າງ​ສະ​ໝຳ່ສະ​ເໝີ”, ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກ 2014 ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຕີບ​ໂຕ​ເພື່ອ​ຄວາມ​ກ້າວໜ້າສະ​ເໝີ​, ຊຸກຍູ້​ບັນດາ​ຮູບ​ແບບ​ເຕີບ​ໂຕ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ແລະ ຮອງຮັບ​ການ​ເຊື່ອມ​ຕໍ່​ພາກ​ພື້ນ.

    ຄາດ​ວ່າ, ທີ່​ກອງ​ປະຊຸມທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຈະ​ມີ​ບົດກ່າວ​ປາ​ໄສທີ່​ວາລະ​ໄຂ​ຄົບ​ຄະນະ, ​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ແຂກ​ຖືກ​ເຊີນ​ພິ​ເສດ​ຢູ່​ບັນດາ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມ “​ການເຕີບ​ໂຕອາຊີ”.​.​.​ ​ເປັນ​ປະທານ​ວາລະ​ສົນທະນາ​ຫາລື​ລະຫວ່າງ​ນາຍົກລັດຖະມົນຕີ ​ແລະ ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່/ ວິ​ສາ​ຫະກິດ​ສາກົນ.



ຂ່າວ/ບົດ​ອື່ນ